ກອງປະຊຸມຄັ້ງທີ 34 ລະຫວ່າງ ຫວຽດນາມ - ລາວ

ກອງປະຊຸມຄັ້ງທີ 34 ລະຫວ່າງ ຫວຽດນາມ - ລາວ - ảnh 1
( ພາບ : http://nguyenxuanphuc.net/ )

​ແຕ່​ວັນ​ທີ 3 ຫາ​ວັນ​ທີ 7 ມັງກອນ, ຢູ່​ວຽງ​ຈັນ, ຄະນະ​ຜູ້​ແທນ​ລັດຖະບານ​ ຫວຽດນາມ​ ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ, ປະທານອາ​ນຸກຳມະການຮ່ວມ​ມື ຫວຽດນາມ - ລາວ ​ເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຄະນະ​ຜູ້​ແທນ​ລັດຖະບານ ​ລາວ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ, ປະທານອາ​ນຸກຳມະການຮ່ວມ​ມື ຫວຽດນາມ - ລາວ​ເປັນ​ຫົວໜ​້າ, ​ຄະນະໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 34 ຄະນະ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການສຶກສາ ​ແລະ ວິທະຍາສາດ​ເຕັກນິກ​ລະຫວ່າງ​ລັດຖະບານ 2 ປະ​ເທດ. ກ່ຽວ​ກັບ​ທິດ​ທາງ​ໜ້າ​ທີ່​ການ​ຮ່ວມ​ມື​ລະອຽດ​ໃນ​ປີ 2012 ​ແມ່ນ, 2 ຝ່າຍ​ສຸມ​ໃສ່​ຜັນ​ຂະຫຍາຍ​ເນື້ອ​ໃນ​ບັນດາ​ຖະ​ແຫຼ​ງການຮ່ວມ ​ແລະ ຂໍ້​ຕົກລົງ​ຂັ້ນສູງຕ່າງໆ​ລະຫວ່າງ​ການ​ນຳ 2 ພັກ ​ແລະ 2 ລັດ​ເປັນ​ຢ່າງ​ດີ, ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ “ ປີສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012 ” ​ສຳ​ເລັດ​ຜົນ, ສົມທົບ​ກັນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນບັນດາ​ໂຄງການ​ຮ່ວມ​ມືຫຼາຍ​ຝ່າຍ​ເຂົ້າ​ໃນ​ຈຸດໝາຍ​ພັດທະນາ ​ແລະ ການ​ຮ່ວມ​ມື​ຂອງ 2 ປະ​ເທດ.  2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຜັນ​ຂະຫຍາຍ​ເນື້ອ​ໃນ​​ອັນ​ລະອຽດຂອງ​​ແຜນ​ຮ່າງ​ພັດທະນາ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໄລຍະ 2008 - 2015 ຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​​ເຮັດ​ໃຫ້ວົງ​ເງິນ​ການຄ​້າ 2 ສົ້ນບັນລຸ​​ໄດ້ 2 ຕື້ USD ​ໃນ​ປີ 2015, ​ສ້າງ​ສຳ​ເລັດ​ແຜນ​ສັງ​ລວມ​ພັດທະນາ​ການ​ຄ້າ​ເສັ້ນ​ຊາຍ​​ແດນ ຫວຽດນາມ - ລາວ ກໍ່​ຄື​ບັນດາ​ບັນຫາ​ສຳ​ຄັນ​ອື່ນໆ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ຖືກຂອງ​ກອງ​ປະຊຸມ ​ແລະ ສັນຍາຮ່ວມ​ມື​ໃນ​ປີ 2012 .

ຕອບກັບ

ຂ່າວ/ບົດ​ອື່ນ