ກອງ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ​ອາ​ຊຽນ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

(VOVWORLD) - ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດຂຶ້ນຢູ່ Bali, Indonesia ແຕ່ວັນທີ 22-26 ພຶດສະພາ.
   ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດຂຶ້ນຢູ່ Bali, Indonesia ແຕ່ວັນທີ 22-26 ພຶດສະພາ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດຢູ່ AICHR ແລະ Timor Leste ດ້ວຍຖານະເປັນປະເທດສັງເກດການ. ກອງປະຊຸມໄດ້ອັບເດັດບັນດາການຜັນແປໃນມໍ່ໆມານີ້ ກ່ຽວກັບສິດທິມະນຸດໃນພາກພື້ນ, ລວມທັງບັນດາກົດໝາຍ ແລະ ຂໍ້ກຳນົດໃໝ່ໃນລະດັບຊາດ, ພ້ອມທັງຮັບຟັງຜູ້ຕາງໜ້າຂອງ  Indonesia, Malaysia, Myanmar, Philippines, ໄທ ແລະ ຫວຽດນາມ ສະເໜີບັນດາຂໍ້ລິເລິ່ມກ່ຽວກັບສິດທິມະນຸດ. ເພື່ອກະກຽມໃຫ້ແກ່ການພົບປະປະຈຳປີ ລະຫວ່າງບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ AICHR ໃນເດືອນກໍລະກົດຈະມາເຖິງ, ກອງປະຊຸມດັ່ງກ່າວໄດ້ປຶກສາຫາລື ຮ່າງບົດລາຍງານປີ 2023 ຂອງ AICHR,  ຖະແຫຼງການຂອງ AICHR ທີ່ການພົບປະກັບບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາລາຍການ, ການເຄື່ອນໄຫວບຸລິມະສິດຂອງ AICHR ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ