ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12

(vovworld) - ວັນ​ທີ 11/10, ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີສາມ. ຕອນ​ເຊົ້າ, ສູນ​ກາງ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2016, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2017; ສະພາບ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2016, ຮ່າງ​ງົບປະມານ​ແຫ່ງ​ລັດ​ປີ 2017. ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຕາງໜ້າ​ກົມ​ການ​ເມືອງ ບໍລິຫານ​ວາລະ​ປະຊຸມ. ຕອນ​ບ່າຍ, ສູນ​ກາງ​ເຮັດ​ວຽກ​ຢູ່​ຕາມ​ໜ່ວຍ, ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ຮ່າງ “ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫຍ່ ​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບ​ການເຕີບ​ໂຕ, ສະມັດ​ຕະພາບ​ແຮງ​ງານ, ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ“.

 

 

ຂ່າວ/ບົດ​ອື່ນ