ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການສັນລະສູດທາງດ້ານຕຸລາການ

ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1 ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດ

(ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດຫວຽດນາມ, ຕອນເຊົ້າວັນທີ 10 ມັງກອນ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການສັນລະສູດທາງດ້ານຕຸລາການ ແລະ ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍຄວາມປອງດອງ, ເຈລະຈາຢູ່ສານ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມ.

          ຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີກ່ຽວກັບຂອບເຂດການປັບປຸງ, ເພີ່ມເຕີ່ມຮ່າງກົດໝາຍຄື ໃບຍື່ນສະເໜີຂອງລັດຖະບານ, ຕາມນັ້ນແລ້ວ, ພຽງແຕ່ດັດປັບ, ເພີ່ມເຕີ່ມບັນດາບັນຫາທີ່ມີລັກສະນະຮີບດ່ວນຢ່າງທັນການ ເພື່ອແກ້ໄຂຂໍ້ຕິດຂັດ, ຄົງຄ້າງໃນການສັນລະສູດທາງດ້ານຕຸລາການຕາມເຫດການເພື່ອຮັບໃຊ້ການສືບສວນ, ຮ້ອງຟ້ອງ, ພິພາກສາ… ຢ່າງມີປະສິດທິຜົນ

          ສຳລັບບັນດາຄວາມເຫັນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍຄວາມປອງດອງ, ເຈລະຈາຢູ່ສານ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວຂ້ອງເຖິງບັນດາເນື້ອໃນກ່ຽວກັບຂອບເຂດການເຄື່ອນໄຫວຂອງນັກໄກ່ເກ່ຍ; ຄ່າໃຊ້ຈ່າຍໃນການໄກ່ເກ່ຍ, ການເຈລະຈາຢູ່ສານ...

ຕອບກັບ

ຂ່າວ/ບົດ​ອື່ນ