ກອງປະຊຸມຄັ້ງທີ 46 ຄະນະກໍາມະການໃຫ້ຄໍາປຶກສາ ແຜນການ Colombo

(VOVWORLD) -ວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 46 ຂອງຄະນະກໍາມະການໃຫ້ຄໍາປຶກສາ ແຜນການ Colombo (Colombo  Plan – CCM46) ຖືກໄຂຂຶ້ນ ແລະ ຈະດໍາເນີນເປັນເວລາ 02 ວັນ. 

ກອງປະຊຸມຄັ້ງທີ 46 ຄະນະກໍາມະການໃຫ້ຄໍາປຶກສາ ແຜນການ Colombo - ảnh 1 ກອງປະຊຸມຄັ້ງທີ 46 ຂອງຄະນະກໍາມະການໃຫ້ຄໍາປຶກສາ ແຜນການ Colombo

(ພາບ:congthuong.vn)

ນີ້ແມ່ນຄັ້ງທໍາອິດຫວຽດນາມ ເປັນປະເທດເຈົ້າພາບຈັດກອງປະຊຸມທີ່ສໍາຄັນທີ່ສຸດຂອງ ແຜນການ Colombo  ໂດຍພາຍໃຕ້ຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ-ຊາຍ”. ເຂົ້າຮ່ວມພິທີໄຂກອງປະຊຸມ ມີທ່ານ ດາວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທ່ານ Mohammed Hussain Shareef ປະທານສະພາ ແຜນການ Colombo ພ້ອມດ້ວຍຜູ້ແທນເກືອບ 100 ຄົນ ທີ່ມາຈາກ 23 ປະເທດສະມາຊິກ, ປະເທດສັງເກດການ,  ຄະນະເລຂາ ແຜນການ Colombo ແລະ ເຈົ້າໜ້າທີ່ບັນດາກະຊວງ, ຂະແໜງການຂອງຫວຽດນາມ. ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ ພ້ອມກັນປຶກສາຫາລື, ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະ ບັນດາການເຄື່ອນໄຫວຂອງແຜນການ Colombo ໃນໄລຍະ 02 ປີຈະມາເຖິງ ກໍຄືບັນດາການໜູນຊ່ວຍ ແລະ ຄໍາໝັ້ນສັນຍາຂອງແຕ່ລະປະເທດສະມາຊິກ.

       ແຜນການ Colombo ເລີ່ມເຄື່ອນໄຫວຢ່າງເປັນທາງການນັບແຕ່ປີ 1951 ເປັນຕົ້ນມາ, ເຊິ່ງແມ່ນເວທີປາໄສ ເພື່ອໃຫ້ບັນດາປະເທດສະມາຊິກປຶກສາຫາລືກ່ຽວກັບບັນດາຄໍາຮຽກຮ້ອງຕ້ອງການໃນການພັດທະນາ, ແບ່ງປັນບົດຮຽນ ແລະ ປະຕິບັດບັນດາໂຄງການ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາໃນພາກພື້ນ. ແຕ່ປີ 2002, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕົກລົງໃຫ້ຫວຽດນາມເຂົ້າຮ່ວມເປັນສະມາຊິກເປັນທາງການຂອງ ແຜນການ Colombo. ທີ່ກອງປະຊຸມພິເສດຂອງສະພາ ແຜນການ Colombo ເຊິ່ງດໍາເນີນແຕ່ວັນທີ 18 – 19 ພະຈິກ 2003, ບັນດາປະເທດສະມາຊິກ ໄດ້ຮັບຮອງເອົາ ແລະ ຫວຽດນາມໄດ້ກາຍເປັນສະມາຊິກເປັນທາງການຂອງແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ