ກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ໂຮນລັງ

ກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ໂຮນລັງ - ảnh 1
ກອງປະ​ຊຸມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານຢູ່​ຫວຽດ​ນາມ​ເມື​ອ່​ປິ 2014 ຢູ່​ໂຮນ​ລັງ


(vovworld)- ວັນ​ທີ 30/3, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ​ກະ​ຊວງ​ພື້ນ​ຖານ​ໂຄງ​ລ່າງ ແລະ ສິ່ງ​ແວດ​ລ້ອມ​ໂຮນ​ລັງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ໂຮນ​ລັງ ກ່ຽວ​ກັບ​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຄຸ້ມ​ຄອງ​ນ້ຳ. ທີ່​ວາ​ລະ​ປະ​ຊຸມ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ໃນກອງປະ​ຊຸມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານຢູ່​ຫວຽດ​ນາມ​ເມື​ອ່​ປິ 2014 ຢູ່​ໂຮນ​ລັງ; 2 ຝ່າຍ​ໄດ້​ແລກ​ປ່ຽນ​ການ​ຮ່ວມ​ມື​ໃນຂັ້ນ​ຕໍ່​ໄປ​ຕາມ​ຂອບ​ເຂດ​ຂອງ​ໂຄງ​ການ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ຫງວຽນ​ມິນ​ຮ່​ວາງ ເນັ້ນ​ໜັກ​ວ່າ ວາ​ລະ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາຢ່າງ​ແຂງ​ແຮງ​ຂອງ 2 ລັດ​ຖະ​ບານ​ຫວຽດ​ນາມ ແລະ ໂຮນ​ລັງ ຈະ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກ່ຽວ​ກັບ​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຄຸ້ມ​ຄອງ​ນ້ຳ ນັບ​ແຕ່​ເມື່ອ​ລົງ​ນາມ​ໃນ​ປີ 2010 ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ

 

 

ຂ່າວ/ບົດ​ອື່ນ