ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອັດລົງຢ່າງຈົບງາມ

ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອັດລົງຢ່າງຈົບງາມ - ảnh 1
(ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6)

(vovworld) -     ພາຍຫຼັງ​ທີ່​ເຮັດ​ວຽກ​ມາ​ເປັນ​ເວລາ 15 ວັນ, ກອງ​ປະຊຸມ​​ຄັ້ງ​ທີ 6 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 15/10 ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື​, ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ, ​ແຜນຮ່າງ​ທີ່​ກ່ຽວຂ້ອງ​ຄື: ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2012, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013; ສືບ​ຕໍ່​ມີ​ການ​ຊັບຊ້ອນ, ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດວິ​ສາ​ຫະກິດ; ວາງ​ແຜນ​ຊັບຊ້ອນ​ພະນັກງານຄະນະ​ບໍລິຫານ​​ງານ​ສູນ​ກາງພັກ, ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ ​ແລະ ບັນດາ​ຕໍາ​ແໜ່​ງພະນັກງານ​ຫຼັກ​​ແຫຼ່ງຂອງ​ພັກ ​ແລະ ລັດ; ບົດ​ລາຍ​ງານ​ໝາກຜົນ​ຂອງ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິ​ຕິ​ຊົມ​ກັນ​ຂອງກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ​ແລະ​ອື່ນໆ. ກອນ​ທີ່​ອັດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ​ໂດຍ​ສັງ​ເຂ​ບກ່ຽວ​ກັບບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ. ກ່ຽວກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2012, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013, ທ່ານ​ເລຂາທິການ​ໃຫຍ່​ໃຫ້​ຮູ້​ວ່າ; ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບກັນ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“​ໃນ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ 2012 ​ແລະ ປີ 2013, ຈຳ​ເປັນຕ້ອງ​ສືບ​ຕໍ່ເພີ່ມ​ທະວີການ​ສ້າງ​ຄວາມ​ສົດ​ໄສ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ; ພິ​ເສດ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສະຖຽນ​ລະ​ພາບ, ຄວາມ​ສົດ​ໄສ, ຮັບປະກັນຄວາມ​ປ້ອ​ດໄພ​ຂອງ​ລະບົບ​ການ​ເງິນ - ທະນາຄານ; ປະຕິບັດ​ການ​ປະຢັດ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ຟູ້​ມເຟືອຍ​ໃນ​ການ​ລົງທຶນ ​ແລະ ການໃຊ້​ຈ່າຍສ່ວນ​ລວມ. ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ;​ ສຸມ​ໃສ່​ແກ້​ໄຂ​ສະພາບ​ການ​ໜິ້​ເສຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ; ສົ່ງ​ເສີມ​ການ​ລົງທຶນ​ຢູ່ພາຍ​ໃນປະ​ເທດ ​ແລະ ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ; ​ໃຫ້​ບຸລິມະສິດ​ໃຫ້ການ​ລົງທຶນ​ພັດທະນາ​ກະສິກຳ ​ແລະ ທ່ອງ​ທ່ຽວ. ພ້ອມ​ທັງ​ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະ​ລຸ​ຍຸດ​ທະ​ສາດ​ຢ່າງກະ​ໂດດ​ຂັ້ນ ຕິດ​ພັນ​ກັບ​ການປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່; ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ - ສັງຄົມ; ສ້າງ​ພື້ນຖານ​ພັດທະນາ​ຢ່າງ​​ເຂັ້ມ​ແຂງກວ່າ​ໃນຊຸມ​ປີ​ຕໍ່ໆ​ໄປ.”

ກ່ຽວ​ກັບ​ການ​ສ້າງ​ແຜນ​ຊັບຊ້ອນ​ພະນັກງານ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ບັນດາ​ຕຳ​ແໜ່​ງທີ່​ສຳຄັນ​ອື່ນໆ​ຂອງ​ພັກ ​ແລະ ລັດ. ທ່ານ​ເລຂາ​ທິການ​ໃຫຍ່ Nguyen Phu Tron​g ​ເນັ້ນໜັກ​ວ່າ (ເທບ)  

“ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ສູນກາງ​ພັກ​ປຶກສາ​ຫາລື ​ແລະ ອອກ​ມະຕິ​ກ່ຽວ​ກັບ​ບັນຫາ​ນີ້. ສູນກາງ​ພັກ​ເນັ້ນ​ໜັກ​ວ່າ ການ​ຂຶ້ນແຜນ​ຊັບຊ້ອນ​ພະນັກງານຂັ້ນ​ຍຸດ​ທະ​ສາດ ​ແມ່ນ​ຕ້ອງ​ເລີ່​ມມາ​ຈາກ​ຄວາມ​ຕ້ອງການ, ໜ້າ​ທີ່​ການ​ເມືອງ, ໜ້າ​ທີ່​ກໍ່ສ້າງ​ພັກ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທ​ດຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ​ເປັນ​ເຈົ້າ​ການ ​ແລະ ຄົ້ນ​ພົບ​ພະນັກງານ​ທີ່​ມີ​ແງ່​ຫວັງ​ນຳພາ, ຄຸ້ມ​ຄອງ​ທີ່​ເຕີບ​ໃຫຍ່​ຈາກ​ພຶດຕິ​ກຳ​ຕົວ​ຈິງ; ​ເອົາ​ໃຈ​ໃສ່​ເຖິງ​ເປົ້າ​ໝາຍ​ພະນັກງານ​ທີ່​ເຕີບ​ໃຫຍ່​ຈາກ​ຊົນ​ຊັ້ນ​ກຳມະກອນ, ຊາວນາ, ປັນຍາ​ຊົນ, ​ເພີ່ມ​ອັດຕາ​ພະນັກງານ​ໜຸ່ມ, ພະນັກງານ​ຍິງ, ພະນັກງານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ລູກ​​​ເຕົ້າ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ພະນັກງານ​ຂະ​ແໜງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ວັດທະນະທຳ, ສິລະ​ປະ”

ທ່ານ​ເລຂາ​ທິການ​ໃຫຍ່ Nguyen Phu Tron​g ຢືນຢັນ​ວ່າ ກອງ​ປະຊຸມ​ຄັ້ງ​ທີ່ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ດີງາມ, ຊຶ່ງ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະສັນ​ກັນ​ຢ່າງ​ສູງ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ສຳຄັນ​ໃນ​ບັນດາ​ຂົງ​ເຂດ ​ເສດຖະກິດ-ສັງຄົມ, ການ​ສຶກສາ-ບຳລຸງ​ສ້າງ​, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ