ກອງ​ປະ​ຊຸມ​ຄັ້ງ​ທີ 63 ຂອງ​ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່ ອາ​ຊຽນ

(VOVWORLD) -ໃນໄລຍະຈະມາເຖິງ, ກຸ່ມຮັບຜິດຊອບສະເພາະ IAI ໄດ້ເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຜັນຂະຫຍາຍໄລຍະທີ 2 ຂອງໂຄງການໜູນຊ່ວຍການຜັນຂະຫຍາຍແຜນການປະຕິບັດວຽກງານ IAI ໄລຍະທີ 4.
ກອງ​ປະ​ຊຸມ​ຄັ້ງ​ທີ 63 ຂອງ​ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່ ອາ​ຊຽນ - ảnh 1ກອງປະຊຸມທາງອອນລາຍຄັ້ງທີ 63 ຂອງກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ

ວັນທີ 25 ມີນາ 2021 ໄດ້ດຳເນີນກອງປະຊຸມຄັ້ງທີ 63 ຂອງກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ (IAI) ຕາມຮູບການທາງອອນລາຍ. ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເປັນປະທານກອງປະຊຸມໃນຖານະເປັນປະທານກຸ່ມຮັບຜິດຊອບ IAI ປີ 2021.

ກອງປະຊຸມຄັ້ງທີ 63 ຂອງກຸ່ມຮັບຜິດຊອບສະເພາະ IAI ເພື່ອແນໃສ່ສຳຫຼວດກວດກາສະພາບການຜັນຂະຫຍາຍບັນດາໂຄງການໃນ IAI, ແລະ ສະເໜີບັນດາມາດຕະການເພື່ອຍົກສູງປະສິດທິຜົນການປະຕິບັດບັນດາແຜນການວຽກງານ IAI, ໃນນັ້ນມີການປະຕິບັດສຳເລັດແຜນການວຽກງານ IAI ໄລຍະທີ 3 (2016 - 2020) ແລະ ເລີ່ມຜັນຂະຫຍາຍແຜນການ ວຽກງານ IAI ໄລຍະທີ 4 (2021 - 2025) ເຊິ່ງຫາກໍ່ໄດ້ຮັບຮອງເອົາໃນທ້າຍປີ 2020.

ໃນໄລຍະຈະມາເຖິງ, ກຸ່ມຮັບຜິດຊອບສະເພາະ IAI ໄດ້ເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຜັນຂະຫຍາຍໄລຍະທີ 2 ຂອງໂຄງການໜູນຊ່ວຍການຜັນຂະຫຍາຍແຜນການປະຕິບັດວຽກງານ IAI ໄລຍະທີ 4.

ເຮືອງຈາ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ