ກອງປະຊຸມຄັ້ງທີ 7 ຄະນະປະທານ ປະຊາຊົນສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 7

ກອງປະຊຸມຄັ້ງທີ 7 ຄະນະປະທານ ປະຊາຊົນສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 7 - ảnh 1
( ພາບ : http://www.baomoi.com )

ຕອນ​ເຊົ້າ​ວັນ​ທີ 10 ມັງກອນ, ຢູ່​ນະຄອນ ​ໂຮ່ຈິ​ມິ​ງ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ປະທານປະຊາຊົນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ຊຸດ​ທີ 7. ​ໃນ​​ປີຜ່ານມາ, ບັນດາ​ຂະ​ບວນການ​ແຂ່ງ​ຂັນ, ບັ້ນ​ຂົນ​ຂວ້າຍຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຂັ້ນ​ຕ່າງໆ ​ແລະ ບັນດາ​ອົງການ​ສະມາຊິກ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ. ​ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ, ມີຫົວຄິດ​ປະດິດ​ສ້າງ ​ແລະ ທັນ​ການ​ຄື, ​ແຕ່ງຕັ້ງ​ຄະນະ​ຜູ້​ແທນ 54 ຊົນ​ເຜົ່າ​ອ້າ​ຍນ້ອງ​ໄປ​ຢ້ຽມຢາມ, ລະດົມ​ກຳ​ລັງ​ໃຈ​​ໃຫ້​ແກ່ນັກຮົບ​ຢູ່ເມືອງ​ເກາະ ​ເຈື່ອງ​ຊາ, ​ແຂວງ ​ແຂງ​ຮ່ວາ ​ແລະ ຮ້ານ​ເຈາະນຳ​ມັນ DK1, ສະ​ເໜີ​ມາດ​ຕະການ​​ເພື່ອ​ໂຄສະນາ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະທະ​ເລ​. ພ້ອມ​ກັບ​ການ​ຕອບສະ​ໜອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢ່າງ​ຕັ້ງໜ້າ, ປະຕິບັດ​ບັ້ນ​ຂົນ​ຂວ້າຍ “ ຊາວ ຫວຽດນາມ ​ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ ”, ວຽກ​ງານ​ເຂົ້າ​ຮ່ວມ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ທີ່​​ແນວ​ໂຮມ​ປະ​ເທດ​ຊາດ​ຮັກສາ​ເປັນ​ປະຈຳ, ປະກອບສ່ວນ​​​ເຂົ້າ​ໃນ​ວຽກ​ງານ​ເຫັນ​​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກກົດໝາຍ​ລັດເປັນ​ລະອຽດ​ເຂົ້າ​​ໃນແຕ່ລະ​ຂົງ​ເຂດ​ຂອງການ ດຳລົງຊີວິດຢ່າງ​ຕັ້ງໜ້າ.  ການ​ເຄື່​ອນ​ໄຫວ​ປະຊາຊົນ​ກັບ​ຕ່າງປະ​ເທດໃນ​ຂົງ​ເຂດ​ສັນຕິພາບ, ສາມັກຄີ​ມິດຕະພາບ, ​ເປັນ​ເຈົ້າ​ການ​ໃນການຮ່ວມ​ມື, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະພາບ​ກັບ​ເພື່ອນ​ມິດທີ່​ເປັນ​ມູນ​ເຊື້ອ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ.  

ກ່ຽວ​ກັບ​ໂຄງການ​​ເຄື່ອນ​ໄຫວໃນ​ປີ 2012, ທ່ານ ວູຈ້ອງ​ກິມ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ.

“ປີ 2012, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊາບ​ຊືບບັນດາ​​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ​ແນວ​ຄິດ ​ໂຮ່ຈິ​ມິນ ກ່ຽວ​ກັບ​ຄວາມສາມັກຄີທົ່ວ​ປວງ​ຊົນ ​ແລະ ​ແນວ​ໂຮມ​​ແຫ່ງຊາດ​ເອກະ​ພາບ ຫວຽດນາມ. ທີ 2 ​ແມ່ນສືບ​ຕໍ່​ປະຕິບັດ​ບັ້ນ​ຂົນ​ຂວ້າຍ “ ຮໍ່າຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ ” ​ໃນ​ປະຊາຊົນ​ທຸກ​ຊັ້ນວັນນະ, ກວດກາ​ການ​ປະຕິບັດມາດຖານຄຸນສົມບັດ,   ວິ​ຖີຊີວິດເພື່ອ​​ໃຫ້ພະນັກງານ, ສະມາຊິກ​ພັກ ​ແລະ ພະນັກງານ​ໃນ​ທົ່ວ​ລະບົບ​ຕ້ອງ​​ເຊີດ​ຊູ​ແບບຢ່າງຮໍ່າຮຽນ ​ແລະ ປະຕິບັດ​ຕາມ​​ແນວ​ຄິດຄຸນສົມບັດ​ປະທານ ​ໂຮ່ຈິ​ມິນ ” .

ຂ່າວ/ບົດ​ອື່ນ