ກອງ​ປະ​ຊຸມ​ຄັ້ງ​ທີ 77 ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: COP 27 ຈະ​ແກ້​ໄຂ​ບັນ​ດາ​ຄວາມ​ສົນ​ໃຈ​ຂອງ ອາບ​ຟ​ຼິກາ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

(VOVWORLD) -ກອງປະຊຸມຂອງຄະນະກຳມະການບັນດາປະມຸກລັດ ແລະ ຜູ້ນຳໜ້າລັດຖະບານ ອາບຟຼິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (CAHOSCC) ໄດ້ດຳເນີນຢູ່ນອກກອງປະຊຸມຄັ້ງທີ 77 ຂອງສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ປະເທດ ອາເມລິກາ, ໃນວັນທີ 21 ກັນຍາ.
ກອງ​ປະ​ຊຸມ​ຄັ້ງ​ທີ 77 ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: COP 27 ຈະ​ແກ້​ໄຂ​ບັນ​ດາ​ຄວາມ​ສົນ​ໃຈ​ຂອງ ອາບ​ຟ​ຼິກາ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ Sameh Shoukry (ພາບ: dailynewsegypt.com)

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ Sameh Shoukry, ປະທານກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 27) ໃຫ້ຮູ້ວ່າ COP 27 ຄາດວ່າຈະດຳເນີນຢູ່ນະຄອນ ຂອງ ເອຢິບ ໃນເດືອນພະຈິກຈະມາເຖິງ, ຈະແກ້ໄຂບັນດາຄວາມສົນໃຈຂອງ ອາບຟຼິກາກ່ຽວກັບດິນຟ້າອາກາດ, ລວມມີການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ.

ທ່ານເນັ້ນໜັກວ່າ COP 27 ກໍ່ຈະແກ້ໄຂບັນດາຄວາມສົນໃຈຕ່າງໆຂອງ ອາບຟຼິກາ ກ່ຽວກັບດິນຟ້າອາກາດ, ລວມມີ ວິວັດກັນຫັນໄປຍັງພື້ນຖານເສດຖະກິດສີຂຽວ, ການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຜົນເສຍຫາຍ ໂດຍການປ່ຽນແປງຂອງດຟ້າອາກາດກໍ່ຂຶ້ນ, ກໍ່ຄືການສະໜອງແຫຼ່ງການເງິນກ່ຽວກັບດິນຟ້າອາກາດທີ່ເໝາະສົມໃຫ້ແກ່ບັນດາປະເທດພວມພັດທະນາ.

ທ່ານ Sameh Shoukry ກໍ່ໃຫ້ຮູ້ວ່າ: ເປັນຄັ້ງທຳອິດທີ່ກອງປະຊຸມ COP 27 ເຊິ່ງແມ່ນເຫດການທົ່ວໂລກກ່ຽວກັບດິນຟ້າອາກາດ ໄດ້ຈັດຂຶ້ນຢູ່ອາບຟຼິກາ, ໂດຍຈະເດີນຕາມວິທີການສຳຜັດຢ່າງຮອບດ້ານເພື່ອຮັບປະກັນການເຂົ້າຮ່ວມຢ່າງມີປະສິດທິຜົນຂອງທຸກຝ່າຍທີ່ກ່ຽວຂ້ອງໃນການກະທຳເພື່ອດິນຟ້າອາກາດສາກົນ, ໃນນັ້ນມີພາກເອກະຊົນ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ