ກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11ປະສົບຜົນສຳເລັດຢ່າງດີງາມ

ກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11ປະສົບຜົນສຳເລັດຢ່າງດີງາມ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ
​ກອມ​ມູ​ນິດ​ຫວຽດ​ນາມ​ ຊຸດ​ທີ 11 ໄດ້​ອັດ​ລົງ​
(ພາບ​: TTXVN)

(vovworld) -​ ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 8 ວັນ (ແຕ່​ວັນ​ທີ 14 – 21/12), ຕອນ​ບ່າຍ​ວັນ​ທີ 21/12, ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ຊຸດ​ທີ 11 ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໄດ້​ເປັນ​ເ​ອ​ກະ​ພາບ​ຮັບ​ຮອງ​ເອົ​າ​ບັນ​ດາ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ. ເນື້ອ​ໃນ​ບັນ​ດາ​ເອ​ກະ​ສານ​ໄດ້​ຕີ​ລ​າ​ຄາ​ຢ່າງ​ກົງ​ໄປ​ກົງ​ມາ, ຖືກກັບ​ໝາກ​ຜົນ​​ການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ 11 ຂອງ​ພັກ; ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ບັນ​ດາ​ຂໍ້​ຈຳ​ກັດ, ຂໍ້​ຂາດ​ຕົກ​ບົກ​​ຜ່ອງ ແລະ ສາຍ​ເຫດ, ບົດ​ຮຽນ​. ກ່ຽວ​ກັບ​ວຽກ​ງານສຳ​ຫຼວ​ດກວດ​ກາ​ການ​ຊີ້​ນຳ, ນຳ​ພາ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູງ​ກາງ​ພັກ​ຊຸດ​ທີ 11, ກອງ​ປະ​ຊຸ​ມ​ຖື​ວ່າ, ໃນ​ອາ​ຍຸ​ການ​ຜ່ານ​ມາ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂ​າ​ສູນ​ກາງ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ, ແນ​ວ​ທາງ, ຫັນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ໃນ​ໂຄງ​ການການ​ເມືອງ, ຍຸດ​ທະ​ສາດ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 11 ຂອງພັກ, ເປັນ​ລະ​ອຽດປັບ​ປຸງ​ເພີ່ມ​ເຕີມ​ຢ່າງ​ທັນ​ການ ເໝາະ​ສົມ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ, ແກ້​ໄຂ​ຫຼາຍ​ບັນ​ຫາ​ສຳ​ຄັນ​ກ​່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ. ທີ່ກອງ​ປ​ະ​ຊຸມ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ຮັບ​ຮອງ​ເອົາ​​ການ​ສະ​ເໜີ​ບັນຊີ​ລາຍ​ຊື່​ບັນ​ດາ​ກຳ​ມະ​​ການ​ສູນ​ກາງ​ພັກຊຸດ​ທີ 11, ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ສະ​ເໜີ​ບຸກ​ຄະ​ລາ​ກອນ​​ທີ່​ບັນ​ລຸ​ມາດ​ຖານ, ເງື່ອນ​ໄຂ​ໃນ​ເກນ​ອາ​ຍຸ​ ເພື່ອ​ເຂົ້າ​ຮ່ວມ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ຊຸດ​ທ​ີ 12…

      ແຈ້ງ​ການ​ຂອງກອງ​ປ​ະ​ຊຸມ​ສູນ​ກາງ​ຄັ້ງ​ທີ 13 ​ໄດ້​ປະ​ກ​າດ​ພາຍ​ຫຼັງ​ອັດ​ກອງ​ປະ​ຊຸມໃຫ້​ຮູ້​ວ່າ, ໃນ​ການ​​ດຳ​ເນີນກອງ​ປະ​ຊຸ​ມ​ເປ​ັນ​ເວ​ລາ 8 ວັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ໄດ້​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງກອງ​ປະ​ຊຸມ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ, ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ປະ​ຊາ​ຊົນ, ພະ​ນ​ັກ​ງານ… ໃສ່​ບັນ​ດາ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ. ຕາມ​ແຈ້ງ​ການ​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ມອບ​ໝາຍ​ໃຫ້​ກົມ​ການ​ເມືອງ​ຊີ້​ນຳ​ບັນ​ດາ​ອະ​ນຸ​ກຳ​ມະ​ການ​ສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ວຽກ​ງານ​ທີ່​ຍັງ​ເຫຼືອ​ ເພື່​ອ​ຮັບ​ປ​ະ​ກັນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ.

      ເນື່ອງ​ໃນ​ໂອ​ກາດນີ້, ໜັງ​ສື​ພິມ​ເຍີນ​ເຢີນ (​ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ), ກວາ​ນໂ​ດ້ຍເຍີນ​ເຢີນ (ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ) ໄດ້​ລົງ​ພິມບົດ​​ນຳ​ດ້ວຍ​ຫົວ​ຂໍ້​ວ່າ “ບາດ​ກ້າວ​ກະ​ກ​ຽມ​ສຳ​ຄັນ​ເພື່ອ​ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ” ແລະ “ກຳ​ລັງ​ໜູນ​ໃໝ່​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ”. ບົດ​​ນຳ​ໃນໜັງ​ສື​ພິມ​ ເຍີນ​ເຢີນ ​ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ສຳ​ເລັດ​ຢ່າງ​ດີ​ງາ​ມ, ມີ​ຄວາມ​ໝາຍ​ພິ​ເສດ​ເພື່ອກະ​ກຽ​ມໃຫ້ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ. ບົດ​​ນຳ​ທີ່​ພາດ​ຫົວ​ຂໍ້ ​“ກຳ​ລັງ​ໜູນ​ໃໝ່​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ” ທີ່​ລົງ​ພິມ​ໃນ​ໜັງ​ສື​ພິມ​ກອງ​ທັບ​ປະ​ຊາ​ຊົນ ຊີ້​ແຈ້ງ​ການ​ຊາບ​ຊຶມ​ກຳ​ແໜ້ນ​ເນື້ອ​ໃນ, ​ຄວາມເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​​ປະ​ຕິ​ບັດມະ​ຕິ​ຂອງກອງ​ປະ​ຊຸມ​ຢ່າງ​ມີ​ໄຊ, ທັງ​ເປັນ​ຄວາມ​ຮຽກ​ຮ້ອງ, ທັງ​ເປັນ​ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່​ລະ​ອົງ​ການ​ຈັດ​ຕັ້ງ​ພັກ ແລະ ພະ​ນັກ​ງານ, ສະ​ມາ​ຊິກ​ພັກແຕ​່​ລ​ະ​ຄົນພ້ອ​ມ​ກັບ​ທົ່ວ​ປວງ​ຊົນ.

ຂ່າວ/ບົດ​ອື່ນ