ກອງປະຊຸມຄັ້ງທີ16ສະພາສະພາທິດສະດີສູນກາງ

ກອງປະຊຸມຄັ້ງທີ16ສະພາສະພາທິດສະດີສູນກາງ - ảnh 1
(ສະພາ​ທິດ​ສະ​ດີ​ສູນ​ກາງ ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 16)

(vovworld) –​ ວັນ​ທີ 26/10, ສະພາ​ທິດ​ສະ​ດີ​ສູນ​ກາງ ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 16 ຢູ່​ຮ່າ​ໂນ້ຍ. ທ່ານ ດິງ​ເທ໋ຮວີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ເປັນ​ປະທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮວີນ ສະ​​ເໜີ​ບັນດາ​ຜູ້​ແທນ​​ໃຫ້ຄຳ​ເຫັນ​ຕີ​ລາຄາ​ສັງ​ລວມໝາກຜົນ​ຂອງ​ການ​ປະຕິບັດ​ໂຄງການ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ​ໄລຍະ 2011 – 2015, ທັງ​​ຈຸດ​ດີ, ຈຸດ​ອອ່ນ, ຂໍ້​ຈຳກັດ, ຊີ້​ໃຫ້​ເຫັນ​ສາຍ​ເຫດ ພິ​ເສດ​ແມ່ນ​ຍົກ​ອອກ​ບັນດາ​ໝາກຜົນການ​ຄົ້ນ​ຄວ້າ​ໃໝ່​ຂອງ​ໂຄງການ, ບັນດາ​ການ​ປະກອບສ່ວນ​ໃນ​ການ​ຮຽບຮຽງ ​ແລະ ປະກາດ​ໃຊ້​ບັນດາ​ມະຕິ​ສູນ​ກາງ, ກົມ​ການ​ເມືອງ ​ແລະ ຮັບ​ໃຊ້ວຽກ​ງານ​ຮຽບຮຽງ​ບັນ​ດາ​ເອກະສານ​ເພື່ອຍື່ນສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ.

 

ຂ່າວ/ບົດ​ອື່ນ