ກອງປະຊຸມຄັ້ງທີ3ຂອງກຸ່ມນັກຊ່ຽວຊານເກັບກູ້ລະເບີດມະນຸດສະທຳ

ກອງປະຊຸມຄັ້ງທີ3ຂອງກຸ່ມນັກຊ່ຽວຊານເກັບກູ້ລະເບີດມະນຸດສະທຳ - ảnh 1
(ກອງປະຊຸມຄັ້ງທີ3ຂອງກຸ່ມນັກຊ່ຽວຊານເກັບກູ້ລະເບີດມະນຸດສະທຳ)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/10, ຢູ່​ນະຄອນ​ເຫວ໋, ​ແຂວງ​ເທື່ອ​ທຽນ​ເຫວ໋, ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 3 ກຸ່ມ​ນັກ​ຊ່ຽວຊານ​​ເກັບ​ກູ້​ລະ​ເບີດ​ມະນຸດ ​ສະ​ທຳ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ (ADMM+). ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບ​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຂອງ​ຫວຽດນາມ; ພ້ອມ​ທັງ​ປະກອບສ່ວນ​ໂຄສະນາ, ຍົກ​ສູງ​ຄວາມ​ຮູ້​ໃຫ້​ປະຊາ​ຄົມ​ກ່ຽວ​ກັບ​ບັນຫາ​ນີ້. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ກອງ​ປະຊຸມ ADMM+ ກ່ຽວ​ກັບ​ການ​ເກັບ​ກູ້​ລະ​ເບີດ​ມະນຸດສະທຳ​ຄັ້ງ​ທີ 3 ຈະ​ປະກອບສ່ວນ​ສຳຄັນ, ສ້າງ​ພື້ນຖານ​ເພື່ອ​ໃຫ້​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ສືບ​ຕໍ່​ປຶກສາ​ຫາລື ​ແລະ ຕົກລົງ​ທິດ​ທາງ​ຮ່ວມ​ມື​ໃນ​ອະນາຄົດ. ພ້ອມ​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 2 ປີຜ່ານມາ, ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ແບ່ງປັນ​ບົດຮຽນ​ຕົວ​ຈິງ, ບັນດາ​ການ​ເຄື່ອນ​ໄຫວ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ. ຄຽງ​ຂ້າງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ເຊື່ອ​ໝັ້ນ​ວ່າ ບັນດາ​ຜູ້​ແທນ​ຈະ​ຕັ້ງໜ້າ​ປຶກສາ​ຫາລື​ ແລະ ຍົກ​ອອກ​ບັນດາຂໍ້​ລິ​ເລີ່​ມ, ຂໍ້​ສະ​ເໜີ​ໃໝ່​ຕື່ມ​ອີກ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກໃນ​ອະນາຄົດ ມີ​ຄວາມ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ​ກວ່າ​ອີກ“.

ຂ່າວ/ບົດ​ອື່ນ