ກອງປະຊຸມຄັ້ງທີ4ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ

ກອງປະຊຸມຄັ້ງທີ4ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນປະທານກອງປະຊຸມ


(vovworld) - ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ​ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 19/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​​ເຖິງ​ບັນດາ​ບັນຫາ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ຮີບ​ດ່ວນ​ໃນ​ລາຍການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ຫວຽດນາມ ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ພວມ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນຳ້​ທະ​ເລ​ເພີ່ມ​ຂຶ້ນ​ສູງ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ບັນດາ​ຜູ້​ແທນສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ລະອຽດ​ບັນດາ​ວຽກ​ງານ​ທີ່​ຄະນະ​ກຳມະການໄດ້​ເຮັດ ​ແລະ ບໍ່ທັນ​ເຮັດ​ໄດ້, ວາງ​ອອກ​ຫນ້າ​ທີ່​ລະອຽດ​ໃນ​ຕໍ່ຫນ້າ ​ແລະ ຍາວ​ນານ, ມານະ​ພະຍາຍາມ​ນຳ​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກາຍ​ເປັນ​ຫນ້າ​ທີ່​ຈຸດ​ສຸມ ​ແລະ ​ເປັນ​ປະຈຳ.

        ຕາມ​ການ​ຕີ​ລາຄາ​ຂອງ​ອົງການ​ປະຈຳ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຈຸ​ບັນ ນະ​ໂຍບາຍ​ກົດໝາຍ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ. ​ໃນ​ແຜນການ​ປີ 2014, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ມີ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ລະດົມ​ແຫ​ລ່ງກຳລັງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂຽວ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຜັນ​ຂະຫຍາຍ​ເລື່ອງນຳ​ການ​ເຕີບ​ໂຕ​ຂຽວ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດກໍ​ຄື​ກັບ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ບັນດາ​ຂະ​ແຫນງ ​ແລະ ທ້ອງ​ຖິ່ນ.

 

 

ຂ່າວ/ບົດ​ອື່ນ