ກອງປະຊຸມຄັ້ງທີ4,ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ12ປະສົບຜົນສຳເລັດຢ່າງດີງາມ

ກອງປະຊຸມຄັ້ງທີ4,ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ12ປະສົບຜົນສຳເລັດຢ່າງດີງາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າ​ວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 12 ​ໄດ້​ອັດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 6 ວັນ, ​ກອງ​ປະ​ຊຸມ​ໄດ້ປະ​ຕິ​ບັດ​ສຳ​ເລັດ​​ສາຍການ​ທັງ​ໝົດ​ທີ່​ໄດ້​ວາງ​ອອກ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ເມື່​ອ​ເຕື້ອງ​ເຖິງ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໃຫ້​ຮູ້​ວ່າ:

        “ຕ້ອງ​​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຮູບ​ແບບ​ການ​ເຕີບ​ໂຕ​ທີ່ ຫວຽດ​ນາມ ​ໄດ້ປ່ຽນ​ໃໝ່, ກໍ່​ສ້າງ​​ແມ່ນຮູບ​ແບບ​ເຕີບ​ໂຕ​ທີ່ນັບ​ມື້​ນັບ​ອີງ​ໃສ່​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ຄຸນ​ນະ​ພາບ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດຫຼາຍ​ກ່​ວາ, ການ​ລະ​ດົມ, ການ​ຈັດ​ແບ່ງ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕາມ​ສັນ​ຍານ ແລະ ກົນ​ໄກ​ການ​ຕະຫຼາດ​, ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ​ຄວາມ​ເຄົາ​ລົບ​ຕໍ່​ປະ​ເທດ​ຊາດ ຄວາມ​ເກັ່ງ​ກ້າ​ສາ​ມາດ, ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ຂອງ​ມະ​ນຸດ ແລະ ທຸກໆ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂ​ອງ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ, ບັນ​ດາ​ທ້ອງ​ຖິ່ນ ແລະ ທົ່ວ​ປະ​ເທດ. ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ປະ​ຊາ​ຊົນ​ທ​ຸກໆ​ຄົນ​ໄດ້​ເຂົ້າ​ຮ່ວມ ແລະ ພ້ອມ​ກັນ​​ຊົມ​ໃຊ້​ຜົນ​​ປະ​ໂຫຍດຈາກ​​ການ​ເຕີບ​ໂຕ.”

        ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເສດ​ຖະ​ກິດ​ໂລກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງວ່າ:  ຫວຽດ​ນາມ ຢືດ​ໝັ້ນ​​​ຄາດ​ໝາຍ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ​ເພື່ອ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ - ​ຊົນ​ຊາດ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ - ສັງ​ຄົມ​​ບົນ​ພື້ນ​ຖານ​ກົ​ດ​ໝາຍ​ສາ​ກົນ, ຄວາມ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຖື​ການ​ເປັນ​ເຈົ້າ​ການ ແລະ ຄວາມຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ໃຫຍ່​ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັ​ກ 4 ໝວດ​ໜ້າ​ທີ່, ມາດ​ຕະ​ການ​ໃນ​ມະ​ຕິ​ກ່ຽວ​ກັບ​ການກໍ່​ສ້າງ, ປັບ​ປຸ​ງ​ພັກ:

        “ສູນ​ກາງ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ, ຢາ​ກ​ໃຫ້​ມະ​ຕິນີ້​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​​ເຫັນ​ໄດ້​ຊັດ​ນັ້ນ ທົ່ວ​ລະ​ບົບ​ການ​ເມືອງ​ຕ້ອງ​​ເຂົ້າ. ​ອົງ​ການ​ພັກ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນ​ດາ​ພະ​ນັກ​ງານ​ຂັ້ນ​ສູງ, ພະ​ນັກ​ງານຫຼັກ​ແຫຼ່ງ…ຕ້ອງ​ມີ​ຄວາມ​​ຮັບຮູ້​ຢ່າງ​ເລິກ​ເຊິ່ງ, ຄົບ​ຖ້ວນ​​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່ປະ​ຊາ​ຊົນ, ຕໍ່​ພັກ​ເພື່ອ​​ມີ​ຄວາມ​ຕື່ນ​ຕົວ​ໃນ​ການປະ​ຕິ​ບັດ​. ຄວາມ​ເປັນ​ແບບ​ຢ່າງ​ຂອງ​ສູນ​ກາງ​ແມ່ນ​ສຳ​ຄັນ​ທີ່​ສຸດ, ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ.”


ຂ່າວ/ບົດ​ອື່ນ