ກອງປະຊຸມຄັ້ງທີ4ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມຄັ້ງທີ4ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
(ກອງປະຊຸມຄັ້ງທີ 4 ຄະນະປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດຫວຽດນາມ)


​​(vovworld) - ກອງ​ປະຊຸມຄະ​ນະ​ປະທານ​ຄັ້ງ​ທີ 4, ຊດທີ 8 ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດຊາດ​ຫວຽດນາມ ຈັດ​ຕັ້ງ, ດຳ​ເນີນ​ໄປ​ໃນ​ວັນ​ທີ 08/07 ຢູ່​ຮ່າ​​ໂນ້ຍ. ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄຳ​ເຫັນ​ປະກອບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ມີ​​ແນວຄວາມ​​ຄິດ​ເລິກ​ເຊິ່ງຫຼາຍ​ຢ່າງ, ຜ່ານ​ນັ້ນ​​ໄດ້​ປະກອບສ່ວນ​ປ່ຽນ​ໃໝ່​ວຽກງານ​ແນວ​ໂຮມ ​ເພື່ອ​ຕອບ​ສະໜອງ​ໜ້າ​ທີ່​ໃນ​ໄລຍະ​ໃໝ່. ກ່ຽວ​ກັບ​ຈຸດ​ສຸມ​ຂອງ​ວຽກ​ງານ​ແນວ​ໂຮມ ​ໃນ 6 ​ເດືອນ​ທ້າຍ​ປີ 2015, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ ຕ້ອງ​ສຸມ​ໃສ່​ເຂົ້າ​ການປະຕິບັດການ​ປ່ຽນ​ໃໝ່ວຽກ​ງານ​ສື່ສານ ​ແລະ ​ໂຄສະນາ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່ພັກ​ທົ່ວ​ປະ​ເທດຄັ້ງ​ທີ 12, ​ໃນ​ນັ້ນ​ສຸມ​ໃສ່​ວຽກ​ງານສ່ອງ​​​ແສງ​ວິວັດ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທ​ດຊາດ​ໃຫ້​ໄດ້ ກໍ​ຄື​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​​ພັກ. ພ້ອມ​ກັນ​ນັ້ນ, ​ແມ່ນ​ເດັດ​ດຽວຜັນ​ຂະຫຍາຍ 3 ລາຍການ​ປ່ຽນ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ຂົນຊົນ​ເຜົ່າ, ສາສະໜາ ​ແລະ ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຂດ​ຕົວ​ເມືອງ​ສີວິ​ໄລ” ​ແລະ 8 ລາຍການ​ຕິດຕາມ​ກວດກາ​ທີ່​ໄດ​້ລົງ​ນາມ​ແລ້ວ; ປັບປຸງ​ກົວ​ຈັກ​ແນວ​ໂຮມ​ທຸກ​ຂັ້ນ, ປັບປຸງ​ນະ​ໂຍບາຍສຳລັບ​ພະນັກງານ​ຂອງ​ແນວ​ໂຮມ.

ຂ່າວ/ບົດ​ອື່ນ