ກອງປະຊຸມຄັ້ງທີ8ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມຄັ້ງທີ8ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
(ພາບປະກອບ)

(vovworld) – ວັນ​ທີ 28/09, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8. ທ່ານ​ເລ​ຂາ​ທິການ​ໃຫຍ່ ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວກັບ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ.

        ບົດ​ລາຍງານ​ຂອງຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ຊີ້​ແຈ້ງວ່າ: ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ຄະນະ​ຊີ້​ນຳ​ມາ​ຮອດ​ປະຈຸ​ບັນ, ​​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຊີ້ນ​​ຳຂອງ​ພັກ, ລັດ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ສືບ​ຕໍ​ໄດ້​ຮັບ​ການ​ຜັນຂະຫຍາຍ​ຢ່າງ​ຕັ້ງ​ໜ້າ​ໃນ​ທຸກ​ດ​້ານ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງ​ຜົນ​ງານພົ້ນ​ເດັ່ນ​ນັ້ນ​ແມ່ນ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ຫຼາຍ​ຂັ້ນ​ຕອນ, ວຽກ​ງານ, ຊຸກຍູ້​ການ​ສ້າງລະບອບລະບຽບ​ການ, ກົດໝາຍ, ກົນໄກ​ນະ​​ໂຍບາຍ, ຂໍ້ກຳນົດກົດ​ລະບຽບ​ການ​ເຮັດ​ວຽກ​​ໃຫ້​ສົມບູບ​ແບບ​ກວ່າ. ທ່ານ​ເລ​ຈາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ເພີ່ມ​ທະວີ​ການ​ສົມທົບ​ກັນ; ​ເນັ້ນ​ໜັກ​ເຖິງ​ການ​ປະຕິບັດ​ກົດໝາຍ, ມີ​ກົດໝາຍ​ແລ້ວ​ຕ້ອງ​ຮັບປະກັນ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ; ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ກົດໝາຍ, ນະ​ໂຍບາຍ, ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ບັນດາ​ຜົນງານ​ທີ່​ບັນລຸ​ໄດ້.


ຂ່າວ/ບົດ​ອື່ນ