ກອງ​ປະຊຸມ​ຄັ້ງທໍາ​ອິດ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງະຊຸມຄັ້ງທໍາອິດຂອງສະພາເລືອກຕັ້ງແຫ່ງຊາດ.
ກອງ​ປະຊຸມ​ຄັ້ງທໍາ​ອິດ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະດໍາເນີນການເລືອກຕັ້ງປະທານສະພາເລື່ອກຕັ້ງແຫ່ງຊາດ ແລະ ໃຫ້ສັດຕະຍາບັນບັນຊີລາຍຊື່ບັນດາຮອງປະທານ ແລະ ບັນດາກໍາມະການສະພາເລືອກຕັ້ງແຫ່ງຊາດ ພ້ອມກັນນັ້ນ, ສະພາແຫ່ງຊາດຈະປະກາດໃຊ້ມະຕິວ່າດ້ວຍການສ້າງຕັ້ງສະພາດັ່ງກ່າວອີກດ້ວຍ.

        ທີ່ກອງປະຊຸມດັ່ງກ່າວກໍຈະປະກອບຄໍາເຫັນໃສ່່ຮ່າງມະຕິວ່າດ້ວຍການສ້າງງຕັ້ງຫ້ອງການສະພາເລືອກຕັ້ງແຫ່ງຊາດ ແລະ ແຕ່ງຕັ້ງຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ແລະ ບາງບັນຫາສໍາຄັນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ