ກອງປະຊຸມຄັ້ງປະຖົມມະເລີກຄະນະກຳມະການລະຫວ່າງລັດຖະບານ ເປຣູ - ຫວຽດນາມ

(VOVWORLD) -ກອງປະຊຸມຄັ້ງປະຖົມມະເລີກ ຄະນະກຳມະການລະຫວ່າງລັດຖະບານ ເປຣູ - ຫວຽດນາມ ກ່ຽວກັບບັນດາບັນຫາເສດຖະກິດ ແລະ ການຮ່ວມມືດ້ານເຕັກນິກ ໄດ້ດຳເນີນຢູ່ ນະຄອນຫຼວງລີມາ, ປະເທດເປຣູ, ແຕ່ວັນທີ 23-24 ຕຸລາ

ກອງປະຊຸມຄັ້ງປະຖົມມະເລີກຄະນະກຳມະການລະຫວ່າງລັດຖະບານ ເປຣູ - ຫວຽດນາມ - ảnh 1 ກອງປະຊຸມຄັ້ງປະຖົມມະເລີກຄະນະກຳມະການລະຫວ່າງລັດຖະບານ ເປຣູ - ຫວຽດນາມ

(ພາບ: Vietnam+)

ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ເປຣູ Nestor Popolizio Bardales. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໂດທັງຫາຍ ຢັ້ງຢືນວ່າ ກອງປະຊຸມຄັ້ງປະຖົມມະເລີກ ຄະນະກຳມະການລະຫວ່າງລັດຖະບານ ເປຣູ - ຫວຽດນາມ ຈະສ້າງປະຖົມປັດໃຈໃຫ້ເລື່ອງເປີດກວ້າງການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ ແລະ ວິທະຍາສາດ - ເຕັກນິກ ລະຫວ່າງສອງປະເທດໃຫ້ດີຍິ່ງກວ່າອີກ. ທົບທວນຄືນບັນດາຫຼັກໝາຍສຳຄັນໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ທ່ານ ໂດທັງຫາຍ ເນັ້ນໜັກວ່າ ໃນ 9 ເດືອນ ຕົ້ນປີ 2017, ມູນຄ່າການນຳເຂົ້າ-ສົ່ງອອກ ລະຫວ່າງສອງປະເທດບັນລຸໄດ້ 345 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 37% ເມື່ອທຽບກັບໄລຍະດຽວກັນຂອງປີ 2016. ເມື່ອເຕື້ອງເຖິງຂົງເຂດການລົງທຶນ, ທ່ານ ໂດທັງຫາຍ ເນັ້ນໜັກເຖິງການເຄື່ອນໄຫວຢ່າງມີປະສິດທິຜົນຂອງສອງກຸ່ມບໍລິສັດໃຫຍ່Viettel ຂອງ ຫວຽດນາມ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ Petro Vietnam ຢູ່ເປຣູ; ພ້ອມທັງສະແດງຄວາມປາຖະໝາວ່າ ລັດຖະບານເປຣູ ຈົ່ງໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການເຄື່ອນໄຫວຢູ່ ປະເທດອາເມລິກາໃຕ້ ນີ້ຫຼາຍກວ່າອີກ. ກໍ່ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເປຣູ ຖືວ່າເລື່ອງ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC ເປັນຄັ້ງທີສອງ ໄດ້ສະແດງໃຫ້ເຫັນເຖິງອິດທິພົນຊື່ສຽງ ແລະ ບົດບາດນັບມື້ນັບສູງຂຶ້ນຂອງ ຫວຽດນາມ ໃນເວທີສາກົນ. ເປຣູ ປະເທດເຈົ້າພາບຂອງ APEC 2016, ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດປີນີ້ ຊຶ່ງຈະດຳເນີນຢູ່ດ່ານັງ ໃນເດືອນພະຈິກ ຈະມາເຖິງ. ນອກນັ້ນ, ທ່ານ Bardales ກໍ່ປາຖະໜາຢາກຊຸກຍູ້ຄວາມສາມາດຮ່ວມມືລະຫວ່າງສະຫະພັນປາຊີຟິກ, ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2011 ຕາມການສະເໜີຂອງ ເປຣູ, ກັບ ອາຊຽນ.

        ສິ້ນສຸດກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດທັງຫາຍ ແລະ ທ່ານຮອງລັດຖະມົນຕີ Bardales ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງປະຖົມມະເລີກ ຄະນະກຳມະການລະຫວ່າງລັດຖະບານ ເປຣູ ແລະ ຫວຽດນາມ ກ່ຽວກັບບັນດາບັນຫາດ້ານເສດຖະກິດ ແລະ ການຮ່ວມມືດ້ານເຕັກນິກ.

ຕອບກັບ

ຂ່າວ/ບົດ​ອື່ນ