ກອງປະຊຸມຄົບຄະນະຂອງຄະນະເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນຫວຽດນາມ-ຈີນ

ກອງປະຊຸມຄົບຄະນະຂອງຄະນະເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນຫວຽດນາມ-ຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຫົວໜ້າ​ຄະນະ​ເຈລະຈາ ຈີນ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫຼຽວ​ເຈີ​ນໝິນ
(ພາບ: TTXVN)


(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 5 – 7/12, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ເຈລະຈາ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ຊາຍ​ແດນ ຫວຽດນາມ - ຈີນ. ໜ້າ​ທີ່​ນີ້, 2 ຄະນະ​ເຈລະຈາ​ໄດ້​​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ຮອບດ້ານ, ກົງ​ໄປ​ກົງ​ມາກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ.

    ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດຢ່າງ​ເຂັ້ມ​ງວດ ​ແລະ ​ເຫັນ​ດີ​ຕໍ່​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນ​, ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ທະ​ເລ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ນອກ​ອ່າວ​ພາກ​ເໜືອ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕັ້ງໜ້າ​ຜັນ​ຂະຫຍາຍ 2 ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ສະດຸ​ງ​ໄວ້​ໜ້ອຍ​ທີ່​ໄດ້​ຮັບ​ກາ​ນລົງ​ນາມ​ໃນ​ການ​ຢ້ຽມຢາມຫວຽດນາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ, ພ້ອມ​ທັງ​ມານະ​ພະຍາຍາມ​ຊອກ​ຫາ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ອື່ນໆ​ຄື: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ຄົ້ນ​ຄ້ວາ​ວິທະຍາສາດ​ທະ​ເລ.​.​.​

    ກ່ຽວ​ກັບ​ບັນຫາ​ເຂດ​ຊາຍ​ແດນ​ທາ​ງບົກ, 2 ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 4 – 5/12/2013, ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ຂອງ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ກ່ຽວ​ກັບ​ເລື່ອງ​ກຳ​ປັ່ນ​ໄປມາ​ຢູ່​ເຂດ​ໄປມາຢ່າງ​ເສລີ​ຢູ່​ປາກ​ແມ່​ນ້ຳ ​ໄຜຫຼວນ ​ແລະ ສັນ​ຍາ​ຮ່ວມ​ມື​ຂຸດ​ຄົ້ນ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທ່ອງ​ທ່ຽວ​ຕາດ​ບ້ານ​ຢົກ ​ເພື່ອ​ສາມາດ​ເຊັນກັນ​ໃນ​ປີ 2014, ພ້ອມ​ທັງ​ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ຜ່ານ​ຊາຍ​ແດນ​ບົນ​ພື້ນຖານ​ຮັບປະກັນ​ອະທິປະ​ໄຕກ່ຽວ​ກັບ​ຊາຍ​ແດນຜືນ​ແຜ່ນດິນ.

    ວັນ​ທີ 6/12/2013, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຫົວໜ້າ​ຄະນະ​ເຈລະຈາ ຈີນ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫຼຽວ​ເຈີ​ນໝິນ.


ຂ່າວ/ບົດ​ອື່ນ