ກອງປະຊຸມຄົບຄະນະຄັ້ງທີ 13 ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(VOVWORLD) -ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 13, ເຊິ່ງດຳເນີນໃນລະຫວ່າງວັນທີ 03 – 06 ກັນຍາ.

ກອງປະຊຸມຄົບຄະນະຄັ້ງທີ 13 ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ - ảnh 1 ກອງປະຊຸມຄົບຄະນະຄັ້ງທີ 13 ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(ພາບ: quochoi.vn)

ວັນທີ 03 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 13, ເຊິ່ງດຳເນີນໃນລະຫວ່າງວັນທີ 03 – 06 ກັນຍາ. ກອງປະຊຸມຈະກວດກາ ແລະ ປຶກສາຫາລືກ່ຽວກັບບັນດາເນື້ອໃນບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍປີ 2019; ບົດລາຍງານວຽກງານຂອງຂະແໜງໄອຍະການ, ຂະແໜງສານປີ 2019; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປະຕິບັດຄຳຕັດສິນຂອງສານປີ 2019… ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນກໍ່ກວດກາຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການສັນລະສູດຕຸລາການ ແລະ ກົດໝາຍວ່າດ້ວຍການໄກ່ເກຍ, ສົນທະນາຢູ່ສານ, ພ້ອມທັງດຳເນີນການຕິດຕາມກວດກາການປະຕິບັດກົດໝາຍກ່ຽວກັບການສັນລະສູດຕຸລາການໃນການດຳເນີນຄະດີອາຍາ.

        ໃນມື້ເຮັດວຽກທຳອິດ, ເມື່ອປຶກສາຫາລືກ່ຽວກັບບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານປ້ອງກັນ, ຕ້ານອາຊະຍາກຳ ແລະ ການລະເມີດກົດໝາຍປີ 2019, ບັນດາຜູ້ແທນໄດ້ສະເໜີໃຫ້ລັດຖະບານວ່າ ໃນໄລຍະຈະມາເຖິງຕ້ອງສືບຕໍ່ມີບັນດາມາດຕະການເພື່ອຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງລັດ, ເພີ່ມທະວີວຽກງານຕິດຕາມກວດກາ ໃນບັນດາຂົງເຂດຄວາມລະບຽບຮຽບຮ້ອຍໃນການກໍ່ສ້າງ, ການຄ້າ, ການຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ… ເພື່ອຈຳກັດສາຍເຫດ, ເງື່ອນໄຂພາໃຫ້ທີ່ເກີດການລະເມີດກົດໝາຍ, ອາດຊະຍາກຳ ແລະ ຄົ້ນພົບຢ່າງທັນການ, ແກ້ໄຂບັນດາການກະທຳລະເມີດກົດໝາຍ, ອາດຊະຍາກຳໃນບັນດາຂົງເຂດນີ້ຢ່າງເຄັ່ງຄັດ.

        ກໍ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານຂອງຂະແໜງໄອຍະການ, ຂະແໜງສານປີ 2019; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປະຕິບັດຄຳຕັດສິນຂອງສານປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ