ກອງປະຊຸມຄົບຄະນະຄັ້ງທີ 3 ກຳມາທິການ ວັດນະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ

ກອງປະຊຸມຄົບຄະນະຄັ້ງທີ 3 ກຳມາທິການ ວັດນະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 22/9, ຢູ່​ນະຄອນ Da Lat, ​ແຂວງ Lam Don​g, ຂອງຫວຽດນາມ, ​ກຳມາທິການ​ວັດ​ນະ​ນະ​ທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ອານຸຊົນ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 3. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ 3 ບັນຫາ​ໃຫຍ່​ນັ້ນ​ແມ່ນ: ຮ່າງ​ບົດ​ລາຍ​ງານອະພິປາຍ ຮັບ​ເອົາ​ຄຳ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ຮ່າງກົດ​ໝາຍວ່າ​ດ້ວຍ​ການ​ພິມ​ຈຳ​ໜ່າຍ​ສະບັບ​ປັບປຸງ, ໝາກຜົນ​ການ​ເຄື່ອນ​ໄຫວຂອງ​ກຳມາທິການພາຍຫຼັງ​ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 3 ຮອດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດຫວຍ​ດນາມ​ຊຸດ​ທີ 13 ​ແລະ ​ແຜນການ​ເຄື່ອນ​ໄຫວ​ຮອດ​ທ້າຍ​ປີ 2012; ໝາກຜົນ​ການ​ຕິດຕາມ​ກວດກາ​ສຳລັບ “ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ສຳລັບ​ຊາວໜຸ່ມຕະລຸ​ມບອນ, ​ຊາວ​ໜຸ່ມ​ອາສາ​ສະໝັກ​ເຂົ້າ​ຮ່ວມ​ການ​ຕໍ່ສູ້, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ”. ຕາມ​ໝາກຜົ​ນຂອງ​ການ​ຕິດຕາມ​ກວດກາ​ຂອງ​ກຳມາ​ທິການ​ແລ້ວ, ສະ​ເພາະ​ນະ​ໂຍບາຍ​ຕໍ່ຊາວໜຸ່ມຕະລຸ​ມບອນ, ​ຊາວ​ໜຸ່ມ​ອາສາ​ສະໝັກ​ເຂົ້າ​ຮ່ວມ​ການ​ຕໍ່ສູ້, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ພັດທະນາ​ເສດຖະກິດ​ສັງຄົມກ່ຽວ​ກັບ​ລະດັບ​ເງິນ​ອຸດ​ໜູນ​ຍັງ​ຕໍ່າ​ຢູ່, ນະ​ໂຍບາຍ​ຕໍ່ຊາວໜຸ່ມຕະລຸ​ມບອນຍັງ​ບໍ່​ທັນ​ມີ​ເອກະສານ​ແນະນຳ​ຢ່າງ​ລະອຽດ ​ເຮັດ​ໃຫ​້ທ້ອງ​ຖິ່ນ​ຕ່າງໆ​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ.  ສ່ວນ​ສຳລັບ​ຊາວ​ໜຸ່ມ​ອາສາ​ສະໝັກ, ປະຈຸ​ບັນຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ຢ່າງ​ລະອຽດ, ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ…ຜ່ານ​ຄຳ​​ເຫັນປະກອບ​ຂອງ​ບັນດາ​ຜູ້​ແທນ, ກຳ​ທາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ  ​ໄດ້​ຮັບ​ເອົາ​ຄຳ​ເຫັນ ​ແລະ ສ້າງ​ບັນດາ​ບົດ​ລາຍ​ງານ​ໝາກຜົນ​ການ​ຕິດຕາມ​ກວດກາ​ຕໍ່ 3 ບັນຫາ​ໃຫຍ່​ທີ່​ກອງ​ປະຊຸມ​ໃຫ້​ສົມ​ບູນ​ແບບ ​ເພື່ອຍື່ນ​ສະ​ເໜີ​ຕໍ່ບັນດາ​ອົງການ​ທີ່​ມີໜ້າ​ທີ່​ປັບ​ປຸງ, ​ເພີ່ມ​ເຕີ່​ມ​ເຂົ້າ​ໃນ​ເອກະສານ​ກົດໝາຍ.

ຂ່າວ/ບົດ​ອື່ນ