ກອງປະຊຸມຄົບຄະນະຄັ້ງທີ 6 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ກອງປະຊຸມຄົບຄະນະຄັ້ງທີ 6 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23 ກັນຍາ, ຢູ່​ຮ່າ​ໂນ້ຍ, ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 23 – 25 ກັນຍາ ດ້ວຍ​ບັນດາ​ເນື້ອ​ໃນ​ສຳຄັນ. ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ກັນຍາ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ໜ້າ​ທີ່​ປີ 2013 ຂອງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສົງ​ຄົມ​ຫວຽດນາມ, ຜູ້​ແທນ​ຫຼາຍທ່ານທີ່ເຂົ້າຮ່ວມໄດ້​ຕີ​ລາຄາ​ສູງບັນດາໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ສອນວຊຊບ, ສ້າງ​ວຽກ​ເຮັດ​ງານ​ທຳ, ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີຕໍປເທດຊາດ, ຜູ້​ທຸກ​ຍາກ, ກນປົກ​ປ້ອງ ​ແລະ ​ເບິ່ງ​ແຍງ​ເດັກ. ຕາມ​ບົດ​ລາຍງານ​ຂອງ​​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສົງ​ຄົມ​ຫວຽດນາມ ​ແລ້ວ, ​ໃນ 8 ​ເດືອນ​ຜ່ານ​ມາ, ກະຊວງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 990ໃ000 ຄົນ, ບັນລຸ 62% ​ແຜນການ​ທີ່​ໄດ້​ວາງ​ອອກໃປີ. ຄາດ​ວ່າ, ຮອດ​ທ້າຍ​ປີ 2013, ອັດຕາ​ຄວບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຫຼຸດ​ລົງ​ເຫຼືອ​ພຽງ 7,6%. ກໍ່​ທີ່​ກອງ​ປະຊຸມ​, ບັນດາ​ສະມາຊິກ​ກຳມາທິການ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດ​ງົບປະມານ​​ແຫ່ງ​ລັດ​ປີ 2013 ​ແລະ ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014 ຂອງ​ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ.

ຂ່າວ/ບົດ​ອື່ນ