ກອງປະຊຸມຄົບຄະນະເຄືອຂ່າຍບັນດາຕົວເມືອງໃຫຍ່ຢູ່ອາຊີສັດຕະວັດທີ21

ກອງປະຊຸມຄົບຄະນະເຄືອຂ່າຍບັນດາຕົວເມືອງໃຫຍ່ຢູ່ອາຊີສັດຕະວັດທີ21 - ảnh 1
ນະຄອນຫລວງຮ່າໂນ້ຍ
ພາບປະກອບ:


(vovworld)- ກອງ​ປະຊຸມ​ດັ່ງກ່າວ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າ 13 ນະ​ຄອນ​ຫລວງ, ຕົວ​ເມືອງ​ໃຫຍ່ ຢູ່ ອາຊີ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເຊີດ​ຊູ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ດ້ວຍ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ​ຊື່​ງບັນດາ​ຕົວ​ເລືອ​ງພວມ​ປະ​ເຊີນ​ຫນ້າ. ຜ່ານ​ການ​ພົບ​ປະ​ສົນທະນາ​ສອງ​ຄັ້ງ​ກ່ຽວ​ກັບ​ນະ​ໂຍບາຍ​ວາງ​ແຜນຜັງ​ຕົວ​ເມືອງ ​ແລະ ນະ​​ໂຍບາຍ​ພະ​ລັງງານ​ຕົວ​ເມືອງ​ຢູ່ ອາຊີ,​ບັນດາ​ຕົວ​​ເມືອງ​ສະມາຊິກ ຈະ​ຊອກ​ໄດ້​ບັນດາ​ມາດຕະການ​ດີ​ສຸດ​ໃນ​ການ​ປະຕິບັດ, ຄຸ້ມ​ຄອງ​ການວາງ​ແຜນ​ຜັງ​ຕົວ​ເມືອງ. ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ຕົ້ນຕໍ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຊື່​ງບັນດາ​ຕົວ​ເມືອງ​ພວມ​ປະ​ເຊີນ​ຫນ້າ ນັ້ນ​ແມ່ນ​ຄວາມ​ສາມັກຄີ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ຮ່ວມ​ມື.

 

 

ຂ່າວ/ບົດ​ອື່ນ