ກອງປະຊຸມຄົບຄະນະເທື່ອທີ 9 ກຳມາທິການເສດຖະກິດຂອງສະພາແຫ່ງຊາດ

(VOVWORLD) - ຄວນຄາດຄະເນການກະທົບຈາກບັນດາປັດໄຈຜັນແປໃນໂລກ ທີ່ອາດຈະສົ່ງຜົນສະທ້ອນເຖິງເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ.
ກອງປະຊຸມຄົບຄະນະເທື່ອທີ 9 ກຳມາທິການເສດຖະກິດຂອງສະພາແຫ່ງຊາດ - ảnh 1 ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ວັນທີ 25 ເມສາ, ທີ່ນະຄອນ ຍາຈາງ (ແຂວງ ແຄ໊ງຮ່ວາ), ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ 9, ແນໃສ່ຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ສະພາບການຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2019, ແນໃສ່ປັບປຸງບົດລາຍງານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນເດືອນ ພຶດສະພາ ຈະມາເຖິງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖືວ່າ: ຄວນຄາດຄະເນການກະທົບຈາກບັນດາປັດໄຈຜັນແປໃນໂລກ ທີ່ອາດຈະສົ່ງຜົນສະທ້ອນເຖິງເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ.

        ເມື່ອສະຫລຸບກອງປະຊຸມ, ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດໃຫ້ຮູ້ວ່າ: ຈະຄັດເລືອກ, ຮັບເອົາ, ສັງລວມບັນດາເນືື້ອໃນຄຳຄິດເຫັນ, ເພີ່ມເຕີມໃສ່ບົດລາຍງານທີ່ຈະຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ