ກອງປະຊຸມຄົມມະມາຄົມສາກົນ ອາຊີຕາເວັນອອກ: ມີຫຼາຍບົດຮຽນທີ່ລ້ຳຄ່າສຳລັບການຄົມມະນາຄົມ ຫວຽດນາມ

(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ວັນທີ 20 ກັນຍາ, ກອງປະຊຸມສາກົນ ກ່ຽວກັບຄວາມປອດໄພດ້ານຄົມມະນາຄົມພາກພື້ນ ອາຊີຕາເວັນອອກ ຄັ້ງທີ 12 (EASTS 12) ດ້ວຍຫົວຂໍ້ວ່າ: ວິໄສທັດ ແລະ ໂຄງການກະທຳເພື່ອມຸ່ງໄປເຖິງລະບົບຄົມມະນາຄົມປອດໄພ, ຂຽວ ແລະ ເໝາະສົມ” ໄດ້ອັດລົງດ້ວນຜົນສຳເລັດຢ່າງຈົບງາມ.
 
ກອງປະຊຸມຄົມມະມາຄົມສາກົນ ອາຊີຕາເວັນອອກ: ມີຫຼາຍບົດຮຽນທີ່ລ້ຳຄ່າສຳລັບການຄົມມະນາຄົມ ຫວຽດນາມ - ảnh 1ກອງປະຊຸມສາກົນ ກ່ຽວກັບຄວາມປອດໄພດ້ານຄົມມະນາຄົມພາກພື້ນ ອາຊີຕາເວັນອອກ ຄັ້ງທີ 12 

ທ່ານ ຄວດວຽດຮູ່ງ, ຮອງປະທານສະເພາະກິດຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ, ຢືນຢັນວ່າ: ຈາກບັນດາໝາກຜົນຂອງກອງປະຊຸມ, ຫວຽດນາມ ອາດສາມາດຮ່ຳຮຽນເອົາບົດຮຽນ ແລະ ນຳໃຊ້ເຂົ້າໃນພຶດຕິກຳຕົວຈິງ ສະພາບຄົມມະນາຄົມຂອງ ຫວຽດນາມ:

        “ຈາກບັນດາບົດປະກາດນີ້, ພວກເຮົາອາດສາມາດຮ່ຳຮຽນໄດ້ຫຼາຍຢ່າງກ່ຽວກັບດ້ານວິທະຍາສາດ, ຫຼັງຈາກນັ້ນ, ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການພັດທະນາຄົມມະນາຄົມຂົນສົ່ງເວົ້າລວມ ແລະ ພິເສດ, ແມ່ນໃນການຮັບປະກັນຄວາມປອດໄພຄົມມະນາຄົມ, ຕ້ານສະພາບລົດຕິດຢູ່ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ