ກອງປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich: ຈີນ, ອັງກິດ​ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) - ວັນທີ 16 ກຸມພາ, ສຳນັກຂ່າວສານ ຊີ້ນຮວາ ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໂດຍເນັ້ນໜັກວ່າ ຈີນ ແລະ ອັງກິດ ຄວນເພີ່ມທະວີການຕິດຕໍພົວພັນຍຸດທະສາດ, ເສີມຂະຫຍາຍບົດບາດເປັນສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ໃນຄວາມມານະພະຍາຍາມ ຊຸກຍູູ້ຄວາມໝັ້ນຄົງ ແລະ ຮັກສາສັນຕິພາບສາກົນ.



ກອງປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich: ຈີນ, ອັງກິດ​ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Cameron (ພາບ: China Daily)

ທ່ານ ຫວ່າງອີ ໄດ້ຍົກອອກສານດັ່ງກ່າວ ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Cameron ຢູ່ນອກສະພາຄວາມໝັ້ນຄົງ ສປຊ Munich (ເຢຍລະມັນ). ທີ່ການພົບປະ, ທ່ານຫວ່າງອີ ໄດ້ຊີ້ ແຈ້ງວ່າ ໃນສະພາບການໂລກພວມຜ່ານຜ່ານການຜັນແປ ແລະ ສິ່ງທ້າທາຍນາໆປະການ, ໃນຂະນະທີ່ເສດຖະກິດມີການຟື້ນຟູຢ່າງຊັກຊ້າ. ຈີນ ແລະ ອັງກິດ ຄວນພ້ອມກັນມານະພະຍາຍາມເພື່ອເພີ່ມທະວີການພົບປະແລກປ່ຽນ ແລະ ຮ່ວມມື, ແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ນຳການພົວພັນສອງຝ່າຍກັບຄືນສູ່ທິດພັດທະນາຢ່າງປອດໄສ ແລະ ມີສະຖຽນລະພາບ.

ສ່ວນຝ່າຍ ອັງກິດ ໄດ້ຍົກອອກຖະແຫຼງການພາຍຫຼັງການພົບປະ ໂດຍໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ອັງກິດ ແລະ ຈີນ ຕ້ອງສືບຕໍ່ຊຸກຍູ້ການຮ່ວມມືໃນບາງຂົງເຂດ, ລວມມີ: ເສດຖະກິດ, ການຄ້າ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນສອງປະເທດ, ພ້ອມທັງສົມທົບກັນແກ້ໄຂບັນດາບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ