ກອງ​ປະ​ຊຸມຄວາມ​ໝັ້ນ​ຄົງ Munich: ສ​ປ​ຊ ຮຽກ​ຮ້ອງ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂລກ ໃໝ່

(VOVWORLD) - ຖ້າບັນດາປະເທດປະຕິບັດສຳເລັດພັນທະສາກົນຂອງຕົນ ຕາມກົດບັດ ສປຊ, ປະຊາຊົນໝົດທຸກຄົນໃນໂລກ ກໍ່ລ້ວນແຕ່ຈະໄດ້ດຳລົງຊີວິດໃນສັນຕິພາບ.
ກອງ​ປະ​ຊຸມຄວາມ​ໝັ້ນ​ຄົງ Munich: ສ​ປ​ຊ ຮຽກ​ຮ້ອງ​ສ້າງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂລກ ໃໝ່ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນທີ່ກອງປະຊຸມ (ພາບ: EPA)

ວັນທີ 16 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢັ້ງຢືນວ່າ ໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ມີຢູ່ແລ້ວ ແຕ່ປະຊາຄົມສາກົນ ພັດຍັງຖືກແບ່ງແຍກຢ່າງເລິກເຊິ່ງທີ່ສຸດໃນ 75 ປີຜ່ານມາ. ທ່ານ Antonio Guterres ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງສ້າງ “ຄວາມເປັນລະບຽບຮຽບຮ້ອຍໂລກ ໃໝ່ ທີ່ມີການເຄື່ອນໄຫວເພື່ອປະຊາຊົນໝົດທຸກຄົນ”. ຖ້າບັນດາປະເທດປະຕິບັດສຳເລັດພັນທະສາກົນຂອງຕົນ ຕາມກົດບັດ ສປຊ, ປະຊາຊົນໝົດທຸກຄົນໃນໂລກ ກໍ່ລ້ວນແຕ່ຈະໄດ້ດຳລົງຊີວິດໃນສັນຕິພາບ.

ທ່ານ Antonio Guterres ຖືວ່າ ສະພາບການຢູ່ ກາຊາ ແມ່ນພະຍານຫຼັກຖານຢ່າງຈະແຈ້ງ ທີ່ສະແດງໃຫ້ເຫັນ ສະພາບການຈົນຕາແຈ ໃນການພົວພັນທົ່ວໂລກ, ຈຳນວນຜູ້ເສຍຊີວິດ ແລະ ລັກສະນະດັບສູນຂອງການປະທະກັນ ຢູ່ທີ່ນີ້ແມ່ນເປັນໜ້າຢ້ານກົວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ