ກອງປະຊຸມຄວາມໝັ້ນຄົງ ລີບີ ອອກຖະແຫຼງການປະຕິເສດການແຊກແຊງຂອງຕ່າງປະເທດ

(VOVWORLD) -ຖະແຫຼງການສຸດທ້າຍຂອງກອງປະຊຸມ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຕໍ່ບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ກອງປະຊຸມຄວາມໝັ້ນຄົງ ລີບີ ອອກຖະແຫຼງການປະຕິເສດການແຊກແຊງຂອງຕ່າງປະເທດ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດລີບີ Najla Al Mangoush
(ພາບ: AFP/TTXVN)

ວັນທີ 21 ຕຸລາ, ທ່ານນາງລັດຖະມົນຕີການຕ່າງປະເທດລີບີ Najla Al Mangoush ໃຫ້ຮູ້ວ່າ, ຖະແຫຼງການສຸດທ້າຍຂອງກອງປະຊຸມຄວາມໝັ້ນຄົງ ລີບີ ໄດ້ຢືນຢັນຄືນໃໝ່ກ່ຽວກັບອະທິປະໄຕ, ເອກະພາບ ແລະ ເອກະລາດຂອງ ລີບີ, ພ້ອມທັງປະຕິເສດການແຊກແຊງຂອງຕ່າງປະເທດ ແລະ ຮຽກຮ້ອງໃຫ້ທຸກພັກຝ່າຍຢູ່ ລີບີ ຍອມຮັບໝາກຜົນຂອງການເລືອກຕັ້ງທີ່ຈະມາເຖິງນີ້.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງ ຄູເວດ Ahmed Al Sabah ພາຍຫຼັງກອງປະຊຸມຄວາມໝັ້ນຄົງ ລີບີ ດຳເນີນໄປໃນວັນທີ 21 ຕຸລາ, ຢູ່ນະຄອນຫຼວງ Tripoli, ທ່ານນາງລັດຖະມົນຕີການຕ່າງປະເທດ ລີບີ Al Mangoush ເວົ້າວ່າ, ຖະແຫຼງການສຸດທ້າຍຂອງກອງປະຊຸມ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຕໍ່ບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

        ຕາມແຈ້ງການຂອງກະຊວງການຕ່າງປະເທດ ລີບີ ແລ້ວ, ຖະແຫຼງການດັ່ງກ່າວໄດ້ຊົມເຊີຍການກັບຄືນສູ່ເຄື່ອນໄຫວຂອງບັນດາສະຖານທູດຕ່າງປະເທດ ປະຈຳນະຄອນຫຼວງ Tripoli, ພ້ອມກັນນັ້ນ ຮຽກຮ້ອງໃຫ້ບັນດາປະເທດ ທີ່ຍັງເຫຼືອເຊື່ອມຕໍ່ການເຄື່ອນໄຫວຂອງອົງການຕາງໜ້າການທູດປະຈຳ ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ