ກອງປະຊຸມຄະນະກໍາມະການຮ່ວມມືຫວຽດນາມ -ຍີ່ປຸ່ນ ຄັ້ງທີ 10

(VOVWORLD) -ກອງປະຊຸມຄະນະກໍາມະການຮ່ວມມືຫວຽດນາມ -ຍີ່ປຸ່ນ ຄັ້ງທີ 10 ໄດ້ດໍາເນີນໃນຕອນເຊົ້າວັນທີ 13 ກັນຍາ ຢູ່ຮ່າໂນ້ຍ. ທ່ານ ຟ້າມບິງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ເປັນປະທານຮ່ວມ.

ກອງປະຊຸມຄະນະກໍາມະການຮ່ວມມືຫວຽດນາມ -ຍີ່ປຸ່ນ ຄັ້ງທີ 10 - ảnh 1ທ່ານ ຟ້າມບິງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ  

ທີ່ກອງປະຊຸມ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບນໍາກັນວ່າ ຄວນຮັກສາການຢ້ຽມຢາມຂັ້ນສູງ; ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຂອງສອງປະເທດ ໃນທຸກຂົງເຂດ. ສອງຝ່າຍກໍຢັ້ງຢືນເຖິງການຜັນຂະຫຍາຍໄລຍະ 7 ຂອງຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ, ເພື່ອແນໃສ່ຊຸກຍູ້ການລົງທຶນຂອງຍີ່ປຸ່ນເຂົ້າຫວຽດນາມ; ເຫັນດີເປັນເອກະພາບ ສົມທົບກັນຢ່າງແໜ້ນແຟ້ນ ນໍາສັນຍາຄູ່່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP  ເຂົ້າປະຕິບັດໂດຍໄວ. ສອງຝ່າຍກໍປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ໃນຂົງເຂດ ໜູນຊ່ວຍການພັດທະນາ ODA  ຢ່າງເປັນທາງການ; ບັນດາມາດຕະການຊຸກຍູ້ການຮ່ວມມື ດ້ານການຄ້າ, ກະສິກໍາ...

        ສ່ວນ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ຢ້ັງຢືນວ່າ ຍີ່ປຸ່ນສະໜັບສະໜູນ ແລະ ຈະໜູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງ ຜ່ານການປັບປຸງ ສະພາບແວດລ້ອມ ແຫ່ງການລົງທຶນ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງບັນດາຂະແໜງອຸດສາຫະກໍາ, ເພີ່ມສະມັດຕະພາບແຮງງານ, ກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຄຸນນະພາບສູງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ສືບຕໍ່ໜູນຊ່ວຍ  ODA  ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ ມີຄຸນນະພາບສູງ, ຮ່ວມມືປະຕິຮູບການບໍລິຫານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮັບນັກສຶກສາຫວຽດນາມ ໄປຮໍ່າຮຽນ ແລະ ຄົ້ນຄວ້າໃນບັນດາຂົງເຂດຕ່າງໆຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ