ກອງປະຊຸມຄະນະກຳມະການປະສົມການຄ້າ ຫວຽດນາມ - ມາເລເຊຍຄັ້ງທີ 2

ກອງປະຊຸມຄະນະກຳມະການປະສົມການຄ້າ ຫວຽດນາມ - ມາເລເຊຍຄັ້ງທີ 2 - ảnh 1
ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຄ້າ ຫວຽດນາມ - ມາ​ເລ​ເຊຍ​ຄັ້ງ​ທີ 2

(vovworld) -  ຕອນເຊົ້າວັນທີ 7/3 ຢູ່ ຮ່າໂນ້ຍ, ຢູ່ນອກກອງປະຊຸມລັດຖະມົນຕີ​ ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 19(6-9/3/2013) ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ການ​ຄ້າ ຫວຽດນາມ - ມາ​ເລ​ເຊຍ​ຄັ້ງ​ທີ 2. ​ທ່ານ ຫວຸຮູ​ຍຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ທ່ານ Dato Sri Mustapa Mohamed ລັດຖະມົນຕີ​ກະຊວງ​ການ​ຄ້າ​ສາກົນ ​ແລະ ອຸດສາຫະກຳ ມາ​ເລ​ເຊຍ​ເປັນ​ປະທານ​ຮ່ວມ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້ປຶກສາ​ຫາລື​ບາງ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ​ແລະ ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ ຖື​ວ່າ:

        “ພາຍ​ຫລັງ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ໃນ​ເດືອນ 11/2009 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ໃຫມ່​. ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ຈົບ​ງາມ. ຄຽງ​ຄູ່​ກັນ​ນັ້ນ ສອງ​ປະ​ເທດ​ກໍ​ໄດ້​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ​ການເຮັດ​ວຽກ​​ໃນ​ຂັ້ນ​ກະຊວງ, ຂະ​ແຫນງ​ການ​ຄັ້ງ​ຕ່າງໆ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ກາ​ນ​ເພີ່ມ​ທະວີ​ກວ່າ​ອີກ​ໃນ​ປີ 2013 ​ເມື່ອ​ພວກ​ເຮົາ​ສ​ະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ການ​ສ້າງຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.”

        ທີ່​ກອງ​ປະຊຸມ, ສອງ​ຝ່າຍ​​ໄດ້ເປັນ​ເອກ​ະສັນ​ກັນ​ສ້າງ​ກົນ​ໄກ​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າ​ວສານ ​ແລະ ສົມທົບ​ກັນ​ໃນ​ການ​ສືບສວນ​ປ້ອງ​ກັນ​ດ້ານ​ການ​ຄ້າ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ​ເມື່ອ​ອັດ​ກອງ​ປະຊຸມ ລັດຖະມົນຕີທັງ​ສອງ​ທ່ານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ປະສົມ​ການ​ຄ້າ ຫວຽດນາມ - ມ​າ​ເລ​ເຊຍ.

ຂ່າວ/ບົດ​ອື່ນ