ກອງປະຊຸມຄະນະກຳມະການປະສົມປັກຫລັກໝາຍຊາຍແດນຫວຽດນາມ-ລາວ

ກອງປະຊຸມຄະນະກຳມະການປະສົມປັກຫລັກໝາຍຊາຍແດນຫວຽດນາມ-ລາວ - ảnh 1
ຫລັກໝາຍຊາຍແດນ
ຫວຽດນາມ-ລາວ
ພາບປະກອບ:internet

(vovworld)-  ວັນ​ທີ 28/5 ຢູ່ ຮ່າ​ໂນ້ຍ​ໄດ້ດ​ຳ​ເນີນ​ກອງ​ປະຊຸມ​ວິສາມັນ ຄະນະ​ກຳມະການ​ປະສົມ​ປັກ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ. ນະ​ທີ່​ນີ້ ສອງ​ຝ່າຍ​ໄດ້​ສຳ​ຫລວດ​ກວດຄືນ​ທັງ​ໝົດ​ວຽກ​ງານ​ປະຕິບັດ​ໃນ​ຕະຫລອດ 5 ປີ ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ. ສອງ​ຝ່າຍ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​​ເຫັນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ລັດຖະບານ​ສອງ​ປະ​ເທດ, ​ດ້ວຍ​ການ​ປະ​ສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ຄວາ​ມມານະ​ພະຍາຍາມ​ສູ້​ຊົນ​ລວມຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ກ່ຽວຂ້ອງ, ມາ​ຮອດ​ປະຈຸ​ບັນ​ວຽກ​ງານ​ປັກ​ຫລັກ​ໝາຍ​ຖີ່​ໃນ​ພື້ນ​ທີ່​ຕົວ​ຈິງ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​. ​ເພື່ອ​ຮັບ​ຮູ້​ຜົນງານ​ສຳຄັນ​ດັ່ງກ່າວ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສະ​ເຫ​ນີລັດຖະບານ​ສອງ​ປະ​ເທດ ຈັດ​ຕັ້ງ​ພິທີ​ຊົມ​ເຊີຍ​ວຽກ​ງານ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ​ໃນ​ພື້ນ​ທີ່​ຕົວ​ຈິງ​ຢູ່​ດ່ານ​ຊາຍ​ແດນ ​ແທນ​ຖູ​ຍ (​ເຫ​ງ້ອານ) ​ແລະ ນ້ຳ​ອອນ (ບໍລິ​ຄຳ​ໄຊ) ສຳ​ເລັດ ຕາມ​ພິທີການ​ຂັ້ນ​ລັດ ​ ໃນ​ເດືອນ 7/2013.

 

 

ຂ່າວ/ບົດ​ອື່ນ