ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຫວຽດນາມ- ອາແຊກໄບຢານ

(VOVWORLD) -ວັນທີ 20 ມິຖຸນາ, ຢູ່ ນະຄອນຫລວງ Baku ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາແຊກໄບຢານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ວິທະຍາສາດ - ເຕັກນິກ.

 ເຂົ້າຮ່ວມກອງປະຊຸມ ຝ່າຍຫວຽດນາມ ມີທ່ານເຈີນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາແຊກໄບຢານ ແລະ ຜູ້ຕາງຫນ້າບາງກະຊວງຂະແຫນງການກ່ຽວຂ້ອງ. ສ່ວນຝ່າຍ ອາແຊກໄບຢານ ມີທ່ານ Pariv Shakhbazov ລັດຖະມົນຕີກະຊວງພະລັງງານ ແລະ ຜູ້ຕາງຫນ້າບາງກະຊວງຂະແຫນງການ.

ສອງຝ່າຍໄດ້ທົບທວນຄືນບັນດາໝາກຜົນບັນລຸໄດ້ນັບແຕ່ເມື່ອກອງປະຊຸມຄັ້ງທີຫນຶ່ງຄະນະກຳມະການລະຫວ່າງລັດຖະບານສອງປະເທດຈັດຕັ້ງຢູ່ ຮ່າໂນ້ຍ ເມື່ອເດືອນມັງກອນປີ 2017 ແລະ ເຫັນດີຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍກົນໄກປະຊຸມຢ່າງມີປະສິດທິຜົນເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຕອບສະຫນອງຄວາມຕ້ອງການຂອງແຕ່ລະປະເທດ, ນອກນັ້ນ ຄວນແລກປ່ຽນບັນດາຄະນະຜູ້ແທນຢ່າງເປັນທາງການຢູ່ທຸກຂັ້ນກໍ່ຄືບັນດາຄະນະວິສາຫະກິດໃຫ້ຫລາຍກວ່າອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ