ກອງປະຊຸມຄະນະກຳມະການອາຊີບຫາປາທາງພາກກາງ ແລະ ມະຫາສະໝຸດປາຊີຟິກຕາເວັນຕົກ

(VOVWORLD) -ກອງປະຊຸມໄດ້ຕົກລົງບັນດານະໂຍບາຍ, ມາດຕະການຄຸ້ມຄອງອາຊີບຫາປາທູນາຢູ່ພາກພື້ນໃນຊຸມປີຕໍ່ໄປ.
ກອງປະຊຸມຄະນະກຳມະການອາຊີບຫາປາທາງພາກກາງ ແລະ ມະຫາສະໝຸດປາຊີຟິກຕາເວັນຕົກ - ảnh 1(ທີ່ກອງປະຊຸມ)

        ແຕ່ວັນທີ 28 ພະຈິກ ຫາວັນທີ 03 ທັນວາ, ຢູ່ນະຄອນ ດ່ານັ້ງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບຄະນະເລຂາຄະນະກຳມະການອາຊີບຫາປາທາງພາກກາງ ແລະ ມະຫາສະໝຸດປາຊີຟິກຕາເວັນຕົກ (WCPFC) ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 19 ຄະນະກຳມະການອາຊີບຫາປາທາງພາກກາງ ແລະ ມະຫາສະໝຸດປາຊີຟິກຕາເວັນຕົກ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 550 ທ່ານທີ່ຕ່າງໜ້າໃຫ້ 26 ປະເທດສະມາຊິກທາງການ, ບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ພາຍໃນ ແລະ ຕ່າງປະເທດ, 8 ປະເທດສະມາຊິກມີການຮ່ວມມື (ໃນນັ້ນມີ ຫວຽດນາມ) ແລະ 11 ເຂດແຄ້ວນເຂົ້າຮ່ວມການເຄື່ອນໄຫວຈຳນວນໜຶ່ງຂອງ WCPFC.

        ກອງປະຊຸມໄດ້ຕົກລົງບັນດານະໂຍບາຍ, ມາດຕະການຄຸ້ມຄອງອາຊີບຫາປາທູນາຢູ່ພາກພື້ນໃນຊຸມປີຕໍ່ໄປ. ເລື່ອງເປັນເຈົ້າພາບຈັດກອງປະຊຸມຈະສ້າງເງື່ອນໄຂເພື່ອໃຫ້ອາຊີບຫາປາທູນາຢູ່ ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບອາຊີບຫາປາຂອງໂລກຢ່າງເລິກເຊິ່ງ, ກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ