ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ

(VOVWORLD) - ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະກາດແຜນການປະຕິບັດໂຄງການກະທຳລະດັບຊາດກ່ຽວກັບຜູ້ອາຍຸສູງ, ເບິ່ງແຍງດູແລ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ.
ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ - ảnh 1ທີ່ກອງປະຊຸມ
(ພາບ: VGP)

        “ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ອາຍຸສູງ, ພ້ອມທັງ ສ້າງເງື່ອນໄຂໃຫ້ຜູ້ອາຍຸສູງເສີມຂະຫຍາຍບົດບາດ, ການປະກອບສ່ວນໃຫ້ແກ່ສັງຄົມ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກຄືແນວນັ້ນທີ່ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ, ຈັດຂຶ້ນໃນຕອນເຊົ້າວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ສະເໜີວ່າ:

        “ປີ 2023 ນີ້, ຕ້ອງເອົາໃຈໃສ່ຫຼາຍກວ່າ, ສ້າງເງື່ອນໄຂສະດວກໃຫ້ຜູ້ອາຍຸສູງປະກອບສ່ວນໃຫ້ແກ່ສັງຄົມ, ຜູ້ອອກແຮງງານຍາມໃດກໍ່ເປັນແກ່ນສານ, ເປັນແບບຢ່າງດ້ານພູມປັນຍາ, ສະນັ້ນ ຕ້ອງສ້າງເງື່ອນໄຂສະດວກ, ປົກປ້ອງ ແລະ ດູແລ. ການປົກປ້ອງໃຫ້ຜູ້ອາຍຸສູງໄດ້ມີໃນກົດໝາຍແລ້ວ, ສະນັ້ນ, ບົນພື້ນຖານບັນດາຂໍ້ສັງເກດທີ່ກອງປະຊຸມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງຊີ້ໃຫ້ເຫັນບັນດາຈຸດທີ່ຕ້ອງໃຫ້ບຸລິມະສິດ ແລະ ກຳນົດໃນໄລຍະຈະມາເຖິງ”.

        ໃນໄລຍະ 6 ເດືອນຕົ້ນປີ 2023, ຈາກບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ແລະ ລະບົບເອກະສານແນະນຳຂອງພັກ ແລະ ລັດ, ຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ໄດ້ປະກາດໃຊ້ແຜນການ, ລາຍການເບິ່ງແຍງດູແລ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະກາດແຜນການປະຕິບັດໂຄງການກະທຳລະດັບຊາດກ່ຽວກັບຜູ້ອາຍຸສູງ, ເບິ່ງແຍງດູແລ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ. ສິ່ງທີ່ໜ້າສົນໃຈ, ເລື່ອງຈັດຕັ້ງປະຕິບັດລະບອບນະໂຍບາຍສຳລັບຜູ້ອາຍຸສູງຕ້ອງຮັບປະກັນຢ່າງຄົບຖ້ວນ, ທັນການ, ຖືກເປົ້າໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ