ກອງປະຊຸມຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ ປະສົບສຳເລັດ

ກອງປະຊຸມຄະນະກຳມາທິການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ ປະສົບສຳເລັດ - ảnh 1
( ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງຫວຽດນາມ - ລາວ )

(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 12/8, ທີ່​ຫຼວງ​ພະ​ບາງ, ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງຫວຽດນາມ - ລາວ ​ອັດລົງ​ຢ່າງ​ຈົບງາມ. ສອງຄະນະ​ຜູ້​ແທນ​ຂັ້ນ​ສູງ ຄະນະ​ກຳມາ​ທິການ​ຮ່ວມ​ມືຂອງລັດຖະບານ​ຫວຽດນາມ ​ແລະ ລາວ ​ໄດ້​ລົງ​ນາມ​​ໃນບັນດາ​ສັນຍາ​ຮ່ວມ​ມື​ໃໝ່​ໃນ​ຫຼາຍ​ຂົງ​ເຂດ. ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ປະທານຄະນະ​ກຳມາ​ທິການຮ່ວມ​ມື​ຫວຽດນາມ - ລາວ; ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະ​ຫວັດ, ປະທານ​ຄະນະ​ກຳມາ​ທິການຮ່ວມ​ມື​ລາວ - ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ລາວ Ta Minh Chau ພ້ອ​ມກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມອີກ​ຫຼາຍ​ທ່ານ.

        ກ​ອງປະຊຸມຄະນະ​ກຳມາ​ທິການ​ຮ່ວມ​ມື​ລະ​ຫວ່າງ​ລັດຖະບານຫວຽດນາມ - ລາວ ຄັ້ງ​ນີ້ ​ມີ​ຄວາມ​ໝາຍສຳຄັນ​ຍິ່ງ​ໃນ​ສະພາບ​ທີ່​ສອງ​ພັກ, ສອງ​ລັດ ​ແລະ ປະຊາ​ຊົນ​ສອງ​ປະ​ເທດ​ພວມ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​​ແທດຈິງ, ມີ​ຊີ​ວິດ​ຊີວາ, ຂໍ່ານັບ​ຊົມ​ເຊີຍ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ສະ​ເຫຼີ​ມສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັ່ນ​ສົນທິສັນຍາ​ມິດຕະພາບ​ຫວຽດນາມ - ລາວ. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​​ເຫັນ​ດີ​ເນື້ອ​ໃນ​ບົດ​ບັນ​ທຶກຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ມາດ​ຕະການ ​ເພື່ອ​ການ​ຮ່ວມ​ມື​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​, ສົມ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ຊຸກຍູ້​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ຢືນຢັນ​ທີ່​ຕັ້ງ​ບົດບາດ​ໃນ​ພາກ​ພື້ນ ​ແລະ ເວ​ທີ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະ​ຫວັດ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ເອກະສານ; ບົດ​ບັນ​ທຶກກອງ​ປະຊຸມ​ກາງ​ສະ​ໄໝ​ປີ 2012; ຂໍ້​ຕົກລົງຂັ້ນ​ຕອນທົດ​ລອງປະຕິບັດ​ໂຄງການ​ລົງທຶນ​ກໍ່ສ້າງດ້ວຍທຶນຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຫວຽດນາມ ​ໂດຍ​ຝ່າຍ​ລາວ​ປະຕິບັດ​​ເຊິ່ງ ມີ​ການ​ສົມທົບ​ຂອງ​ລັດຖະບານ​ຫວຽດນາມ…

ຂ່າວ/ບົດ​ອື່ນ