ກອງ​ປະຊຸ​ມຄະນະ​ຊີ​້ນໍາ​ແຫ່ງ​ຊາດ​ກ່ຽວກັບ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກ​ລະບາດ​ Covid - 19

(VOVWORLD) -ຢາທີ່ຮັບໃຊ້ໃຫ້ແກ່ການປິ່ນປົວ Covid – 19 ດີທີ່ສຸດແມ່ນຢາ Chloroquin, ເຊິ່ງປັດຈຸບັນ ກະຊວງສາທາລະນະສຸກພວມມີຢູ່ 4 ລ້ານເມັດ, ພໍປິ່ນປົວໃຫ້ແກ່ 190.000 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.
ກອງ​ປະຊຸ​ມຄະນະ​ຊີ​້ນໍາ​ແຫ່ງ​ຊາດ​ກ່ຽວກັບ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກ​ລະບາດ​ Covid - 19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ 

        ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19, ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19 ໄດ້ເຫັນດີເປັນເອກະພາບຈັດຕັ້ງ 2 ກໍາລັງຫຼັກແຫຼ່ງເພື່ອສະກັດກັ້ນໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:

        “ກໍາລັງທີ 1 ແມ່ນກອງທັບ ແລະ ຂະແໜງການບິນ ຮັບຜິດຊອບການປະຕິບັດວຽກງານຈັດຕັ້ງການຄັດແຍກຢູ່ດ່ານຊາຍແດນສາກົນຢ່າງຂ້ຽວຂາດ. ກໍາລັງທີ 2 ແມ່ນຕໍາຫຼວດ, ອໍານາດການປົກຄອງ, ໝູ່ຄະນະຢູ່ທ້ອງຖິ່ນ ແລະ ຂະແໜງສາທາລະນະສຸກ ຮັບຜິດຊອບວຽກງານສະກັດກັ້ນການຕິດແປດໃນວົງຄະນະຍາດ”.

        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ ພາຍໃນ 3 ວັນ ຈະກວດວິໄຈບັນດາຕົວຢ່າງຂອງຜູ້ໂດຍສານທີ່ເຂົ້າເມືອງຜ່ານສະໜາມບິນທັງໝົດ ແລະ ໄດ້ກຽມພ້ອມເອົາຕົວຢ່າງຂອງຜູ້ໂດຍສານທີ່ເຂົ້າເມືອງຜ່ານດ່ານຊາຍແດນທາງບົກ. ສ່ວນຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈື່ອງກວັກເກື່ອງ ແລ້ວ, ຢາທີ່ຮັບໃຊ້ໃຫ້ແກ່ການປິ່ນປົວ Covid – 19 ດີທີ່ສຸດແມ່ນຢາ Chloroquin, ເຊິ່ງປັດຈຸບັນ ກະຊວງສາທາລະນະສຸກພວມມີຢູ່ 4 ລ້ານເມັດ, ພໍປິ່ນປົວໃຫ້ແກ່ 190.000 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ