ກອງປະຊຸມຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ເຂດໄຕງວຽນ, ເຂດຕາເວັນຕົກພາກໃຕ້

ກອງປະຊຸມຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ເຂດໄຕງວຽນ, ເຂດຕາເວັນຕົກພາກໃຕ້ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: baocantho.com.vn)


(vovworld) -     ວັນ​ທີ 6/12, ​​​​ເພື່ອ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​​ບັນດາ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ເຂດ​ໄຕ​ງວຽນ, ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ດ້ວຍ​ຫົວ​ຂໍ້ກ່ຽວ​ກັບ​ການ​ສຶກສາ​ບຳລຸງ​ສ້າງ, ສອນ​ວິຊາ​ຊີບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້ 3 ​ເຂດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ຍ້ອງຍໍສັນລະ​ເສີນ​ບັນດາ​ທ້ອງ​ຖິ່ນ​​ທີ່​ໄດ້ປະຕິບັດ​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ ​ແລະ ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຕິດ​ພັນ​ກັບ​ການ​ປະຕິບັດວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ຢ່າງ​ດີ. ​ແຕ່​ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ເອົາ​ໃຈ​​ໃສ່​ວ່າ ປະຈຸ​ບັນຄຸນ​ນະພາ​ບການ​ສຶກສາລະຫວ່າງ​ເຂດ​ຕ່າງໆ​ຍັງ​ຜິດ​​ໂຕນ​ກັນ​ຫຼາຍ ​ເມື່ອ​ທຽບ​ໃສ່ລະດັບ​ປານ​ກາງ, ຄຸນ​ນະພາ​ບການ​ສຶກສາ​ຢູ່​ຫຼາຍ​ເຂດ​ຍັງ​ຕໍ່າ​ຢູ່, ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການພັດທະນາ​ລວມຂອງ​ເຂດ ​ແລະ ທົ່ວ​ປະ​ເທດ. ​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ຊີ້​ນ້ຳ​ວ່າ.

        “​ໃນ​ໄລຍະ​ຈະ​ມາ​​ເຖິງ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ບັນດາ​ເຂດ​ ຕີ​ລາຄາ​ຢ່າງຖືກຕ້ອງ ​ແລະ ພາ​ວະ​ວີ​​ໄສ ສະພາບ​ການຕົວ​ຈິງຂອງ​ຂະ​ແໜງ​ສຶກສາ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​​. ບົນພື້ນຖານ​ນັ້ນ​ຈະຍົກ​ອອກ​ຂໍ້​ສັງ​ເກດ, ຊອກ​ຮູ້​ເຫດ​ຜົນ​ຄຸນ​ນະພາ​ບການ​ສຶກສານັບ​ທັງ​ສິ່ງ​ທີ​່ບັນລຸ​ໄດ້ ​ແລະ ບໍ່​ທັນບັນລຸ​ໄດ້, ພ້ອມ​ທັງ​ຜັນ​ຂະ​ຫຍາຍການ​ປະຕິບັດ​​ໂຄງການ​ລວມຂອງ​ຂະ​ແໜງ​ສຶກສາ ຕາມ​ມະຕິ, ຄຳ​ສັ່ງ​ຊີ້​ນຳ, ຂໍ້​ສະຫຼຸບ​ຂອງ​ສູນ​ກາງ ທີ່​ມີ​ຕໍ່​ຂົງເຂດການ​ສຶກສາ.”

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ, ກົນ​ໄກ​ສະ​ເພາະ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສອນວິສາ​ຊີບ​ໃຫ້​​​ແກ່ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ, ​ເຂດ​ໄຕ​ຫງວຽນ ​ແລະ ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້.

ຂ່າວ/ບົດ​ອື່ນ