ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) - ສຳລັບການເປີດຖ້ຽວບິນໃຫ້ແກ່ນັກຊ່ຽວຊານເຂົ້າເມືອງຫວຽດນາມ, ກະຊວງສາທາລະນະສຸກຫວຽດນາມ ໄດ້ທາບທາມຂັ້ນຕອນປະຕິວັດຂອງແຕ່ປະເທດ, ຄົ້ນຄ້ວາຂັ້ນຕອນປະຕິບັດຄືນໃໝ່ ແລະ ປະກາດໃຊ້ຄຳແນະນຳ.
ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນປະທານກອງປະຊຸມ (ພາບ: TTXVN) 

ຕອນບ່າຍວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳປຶກສາຫາລືກ່ຽວກັບຊຸດ Kit ວິໄຈຫາເຊື້ອ, ວັກຊິນ ແລະ ແຜນການກວດຫາວິໄຈເຊື້ອພະຊາດ Covid – 19 ໃຫ້ແກ່ບັນດາເປົ້າໝາຍເຂົ້າເມືອງຫວຽດນາມ ເມື່ອ ຫວຽດນາມ ເປີດຖ້ຽວບິນຄືນໃໝ່. ສຳລັບການເປີດຖ້ຽວບິນໃຫ້ແກ່ນັກຊ່ຽວຊານເຂົ້າເມືອງຫວຽດນາມ, ກະຊວງສາທາລະນະສຸກຫວຽດນາມ ໄດ້ທາບທາມຂັ້ນຕອນປະຕິວັດຂອງແຕ່ປະເທດ, ຄົ້ນຄ້ວາຂັ້ນຕອນປະຕິບັດຄືນໃໝ່ ແລະ ປະກາດໃຊ້ຄຳແນະນຳ. ທ່ານ ຫງວຽນແທງລອງ ຜູ້ຮັກສາ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:

        ສຳລັບນັກຊ່ຽວຊານ, ແຮງງານທີ່ມີສີມືການຊ່າງສູງມາເຮັດວຽກຢູ່ຫວຽດນາມຍາວນານ, ແຕ່ຕ້ອງແຍກຕົວເພື່ອແນໃສ່ຮັບປະກັນຢ່າງແນ່ນອນກ່ວາ. ກ່ອນອື່ນໝົດແມ່ນບໍ່ເປີດປະຕູການທ່ອງທ່ຽວ, ປັດຈຸບັນ ຍັງມີບາງສິ່ງທີ່ເປັນຫ່ວງກ່ຽວກັບການວິໄຈ ຫາເຊື້ອ 2 ວັນເທື່ອໜຶ່ງ, ພວກຂ້າພະເຈົ້າຖືວ່າ ອາດຈະຕອບສະໜອງໄດ້ໃນໄລຍະ 2 3 ມື້.

ຕອບກັບ

ຂ່າວ/ບົດ​ອື່ນ