ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ໄລ່ຮອດປະຈຸບັນມີ 12ນະຄອນຄວບຄຸມໂລກລະບາດໄດ້ເປັນຢ່າງດີໂດຍພື້ນຖານແລ້ວ
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ກອງປະຊຸມປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
(ພາບ: TTXVN)

ກອງປະຊຸມປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ໄດ້ດຳເນີນໃນຕອນບ່າຍວັນທີ 26 ກຸມພາ ຢູ່ສຳນັກງານລັດຖະບານ. ຕາມບົດລາຍງານທີ່ກອງປະຊຸມ, ໃນຈຳນວນ 13 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃນການແຜ່ລະບາດຄັ້ງນີ້, ໄລ່ຮອດປະຈຸບັນມີ 12ນະຄອນຄວບຄຸມໂລກລະບາດໄດ້ເປັນຢ່າງດີໂດຍພື້ນຖານແລ້ວ; 11 ແຂວງ, ນະຄອນແມ່ນກວ່າ 10 ມື້ບໍ່ກວດພົບຜູ້ຕິດເຊື້ອຄົນໃໝ່… ແຂວງ ຫາຍເຢືອງ ຍັງມີຜູ້ຕິດເຊື້ອພະຍາດຄົນໃໝ່. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກຕາມ ໄດ້ໃສ່ໃຈຂະແໜງສາທາລະນະສຸກ ແລະ ບັນດາທ້ອງຖິ່ນບໍ່ຍົກເວັ້ນຄວາມສາມາດຍັງມີໂລກລະບາດໃນຊຸມຊົນ; ຮຽກຮ້ອງໃຫ້ກະຊວງສາທາລະນະສຸກສືບຕໍ່ສ້າງແຜນການໃຫ້ສົມບູນແບບ ແລະ ຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ເປັນຢ່າງດີ. ພ້ອມກັນນັ້ນ ຕ້ອງຍູ້ແຮງການຜະລິດວັກຊິນຢູ່ພາຍໃນປະເທດ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງຖັນແຖວແພດໝໍ, ພາລະກອນການແພດໃນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນແພດໝໍຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ