ກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຄັ້ງທີ4(ຊຸດທີ6)

ກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຄັ້ງທີ4(ຊຸດທີ6) - ảnh 1

ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ​ຄັ້ງ​ທີ4(ຊຸດ​ທີ6)

(vovworld) - ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7, ທ່ານ ຫງວຽນ​ກວກ​​ເກື່ອງ, ປະທານ​ສະມາຄົມ​ຊາວ​ກະສິກອນ ຫວຽ​ດນາມ ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອ​ນຕົ້ນ​ປີ, ສະມາຄົມ​ຊາວ​ກະສິກອນ​ທຸກ​ຂັ້ນ ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ ​ເຜີ​ຍ​ແຜ່, ສຶກສາດ້ານ​ການ​ເມືອງ, ​ແນວ​​ຄິດ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນໝູ່​ພະນັກງານ, ສະມາຊິກ, ​ແຂ່ງຂັນ​ກັນປະຕິບັດບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ. ສະມາຄົມ​ທຸກ​ຂັ້ນ​ຕັ້ງໜ້າຮຽກຮ້ອງ​ສະມາຊິກ​ສະມາຄົມ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ປະມົງ​ໄປ​ຫາ​ປາ​ໄກຝັ່ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຊາວ​ກະສິກອນ ສືບ​ຕໍ່​ຜັນ​ຂະຫຍາຍ​ຊາມ​ຊຶມ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາສັງ​ຄົມ, ພ້ອມ​ທັງ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ກໍ່ສ້າງ​ພັກ ​ແລະ ອຳນາດ​ການ​ປົກຄອງ​ເພື່ອ​ຊີ້​ນຳ​ຜັນ​ຂະຫຍາຍ​ໃນ​ທົ່ວ​ລະບົບ​ສະມາຄົມເພື່ອ​ບັນລຸ​ໝາກຜົນ​ດີ​ທີ່​ສຸດ.

    ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ່​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາຄື: ຄຸນ​ນະພາ​ບອຸປະກອນ​ກະສິກຳ, ນະ​ໂຍບາຍ​ຖອນ​ທີ່​ດິນ​ຄືນ, ກົນ​ໄກ​ໜູນ​ຊ່ວຍ​ຊາວ​ກະສິກອນ​ໃນ​ການ​ຜະລິດ​ກະສິກຳ.


ຂ່າວ/ບົດ​ອື່ນ