ກອງປະຊຸມຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມ ຊຸດທີ 11

ກອງປະຊຸມຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມ ຊຸດທີ 11 - ảnh 1
ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 9/1, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄຂ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຊຸດ​ທີ 11 ຄັ້ງ​ທີ 3 ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໜ​້າທີ່​ຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​​ເຖິງ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ​ປີ 2013, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ​ໃຫ້​ຮູ້​ວ່າ:

“ຕາມ​ແຜນການ​ຂອງ​ອາຍຸ​ການ​ແລ້ວ, ປີ​ນີ້​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະຕ້ອງ​ເຮັດ ​ແລະ ມີ​ຄວາມສຳຄັນ​ຂອງ​ອາຍຸ​ການ ກໍ​ຄື​ຂ​ອງປີ 2013. ພິ​ເສດ​ແມ່ນ​ຂອດ​ບຸກທະລຸ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງສະມາຄົມ​ຂັ້ນ​ຮາກ​ຖານ​ກໍ​ຄື​ກຳລັງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ, ພິ​ເສດ​ແມ່ນ​ຂັ້ນ​ສູງ​ກາງ, ຮາກຖານ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປ່ຽນ​ໃໝ່​ວຽກ​ງານ​​ແຂງ​ຂັນຍ້ອງຍໍ​ຊົມ​ເຊີຍ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວຽກ​ງານ​​ແຂງ​ຂັນຍ້ອງຍໍ​ຊົມ​ເຊີຍ ​ກາຍ​ເປັນກຳລັງ​ໜູນ​ໃນ​ວຽກ​ງານ​ຂອງ​ສະມາຄົມ”

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຮ່າ​ທິຄຽດ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ບວນການ​ສະມາຄົມ​ແມ່ຍິງຄວນ​ມະ​ລັກສະນະລະອຽດ, ​ແທດ​ຈິງ​ກ່ວາ​ອີກ, ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັ​ດບັ້ນ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ເຖິງ​ສະມາຊິກ​ສະມາຄົມ​ແຕ່ລະຄົນ, ທະວີ​ຄຸນ​ບັນດາ​ແບບຢ່າງ​ທີ່ດີ, ຮູບ​ແບບ​ການ​ເຄື່ອນ​ໄຫວ​ທີ່​ມີປະສິດທິ​ຜົນ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຂະ​ບວນການ​ຂົນຂວາຍ​ປະຊາຊົນ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

 

ຂ່າວ/ບົດ​ອື່ນ