ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ໄລຍະຈະມາເຖິງ, ສະພາບການຢູ່ບັນດາເຂດອຸດສາຫະກຳ ແລະ ເຂດມີ ຈຳນວນພົນລະເມືອງຫຼາຍຈະສັບສົນຂຶ້ນ, ສະນັ້ນ ຕ້ອງມີການກະທຳຢ່າງຂ້ຽວຂາດກວ່າ, ຕ້ອງມີຄວາມມານະພະຍາຍາມກວ່າອີກ.
ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມກັບຄະນະປະຈຳລັດຖະບານ
(ພາບ: TTXVN)

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມກັບຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ ໄດ້ເປັນການປະກອບສ່ວນຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ບັນລຸຜົນສຳເລັດຢ່າງຈົບງາມ. ໄລຍະຈະມາເຖິງ, ສະພາບການຢູ່ບັນດາເຂດອຸດສາຫະກຳ ແລະ ເຂດມີຈຳນວນພົນລະເມືອງຫຼາຍຈະສັບສົນຂຶ້ນ, ສະນັ້ນ ຕ້ອງມີການກະທຳຢ່າງຂ້ຽວຂາດກວ່າ, ຕ້ອງມີຄວາມມານະພະຍາຍາມກວ່າອີກ. ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງສາທາລະນະສຸກຫວຽດນາມ ເປັນເຈົ້າການຊື້ວັກຊິນ ດ້ວຍແຜນການລະອຽດ, ເດັດດຽວກວ່າອີກໃນຍຸດທະສາດວັກຊິນ.

“ຍຸດທະສາດວັດຊິນຕ້ອງໄວ້ກວ່າ, ແຮງກວ່າ, ມີຄວາມຕັດສິນໃຈສູງກວ່າ. ຕ້ອງຖືການຖ່າຍທອດເຕັກໂນໂລຊີແມ່ນຄືແນວໃດ? ການຜະລິດວັກຊິນຢູ່ພາຍໃນປະເທດຄືແນວໃດ, ພວກເຮົາຕ້ອງສ້າງກົນໄກເພື່ອສົ່ງເສີມການສຸມໃສ່ຜະລິດວັກຊິນ, ຕ້ອງມີແຜນການສັກວັກຊິນໃຫ້ເໝາະສົມ.”

ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກໍ່ໄດ້ຈັດກອງປະຊຸມທາງອອນລາຍກັບການນຳແຂວງ ບັກຢາງ ແລະ ບັກນິງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນີ້ແມ່ນ 2 ທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ