ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) - ມາຮອດຈຸດເວລານີ້ ແມ່ນໄດ້ 15 ມື້ແລ້ວທີ່ ຫວຽດນາມ ບໍ່ມີຜູ້ຕິດເຊືື້ອໂຄວິດ-19 ໃນຊຸມຊົນ

ຕອນບ່າຍວັນທີ 18 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 (ພາບ: VGP)

ຕີລາຄາສູງຕໍ່ເລື່ອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຄົນໄດ້ມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ຄ່ອຍໆກັບຄືນສູ່ສະພາບປົກກະຕິແລ້ວ, ບັນຫາຕໍ່ໄປແມ່ນເປີດຖ້ຽວບິນສາກົນຄືນໃໝ່ ແຕ່ຈະເປີດໃນລະດັບໃດ ເພື່ອບໍ່ປະໃຫ້ເກີດມີສະພາບການແຜ່ລະບາດຂອງເຊື້ອພະຍາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ແມ່ນໄດ້ 15 ມື້ແລ້ວທີ່ ຫວຽດນາມ ບໍ່ມີຜູ້ຕິດເຊືື້ອໂຄວິດ-19 ໃນຊຸມຊົນ ແລະ ທ່ານຖືວ່າ ຄວນມີການຄາດຄະເນ ແລະ ວາງອອກບັນດາກໍລະນີອາດຈະເກີດຂຶ້ນ ເພື່ອເປັນເຈົ້າການຮັບມື. ພ້ອມກັບເລື່ອງເປີດຖ້ຽວບິນໃຫ້ບັນດານັກຊ່ຽວຊານ, ນັກລົງທຶນ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດກັບມາ ຫວຽດນາມ, ທ່ານນາຍົກລັດຖະມົນຕີຖືວ່າ ຄວນປຶກສາຫາລືມາດຕະການແກ້ໄຂໃນກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຊຶ່ງຕ້ອງສະກັດກັ້ນ ບໍ່ປະໃຫ້ຕິດແປດໄປໃສ່ຊຸມຊົນ.

ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 2 ທີ່ກອງປະຊຸມ (ພາບ: VGP)

ທີ່ກອງປະຊຸມຄະນະປະຈຳລັດຖະບານກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງໄດ້ດຳເນີນໃນວັນທີ 18 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຫັນດີຕໍ່ຂໍ້ສະເໜີເປີດຖ້ຽວບິນການຄ້າສາກົນກັບ ໄທ ຄືນໃໝ່. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາອົງການທີ່ກ່ຽວຂ້ອງ ຄິດໄລ່ລະອຽດ ເພື່ອຮັບປະກັນຄວາມປອດໄພ.

        ໄປຄຽງຄູ່ກັບເງື່ອນໄຂສ້າງຄວາມສະດວກໃຫ້ແກ່ບັນດາເປົ້າໝາຍໄດ້ຮັບການອະນຸຍາດເຂົ້າເມືອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕັກເຕືອນວ່າ ບໍ່ປະໃຫ້ເກີດສະພາບການຂາດຄວາມປອດໄພກ່ຽວກັບໂລກລະບາດ

ຕອບກັບ

ຂ່າວ/ບົດ​ອື່ນ