ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 10 ໄດ້ອັດລົງ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາອົງການປະຕິບັດກົດໝາຍວ່າດ້ວຍການປະກາດໃຊ້ນິຕິກຳຢ່າງເຂັ້ມງວດ
ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 10 ໄດ້ອັດລົງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີອັດກອງປະຊຸມ
(ພາບ: TTXVN)

ພາຍຫຼັງທີ່ເຮັດວຽກເປັນເວລາ 1 ອາທິດ, ຕອນບ່າຍວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດວາລະອັດກອງປະຊຸມຄັ້ງທີ 10.

        ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາອົງການປະຕິບັດກົດໝາຍວ່າດ້ວຍການປະກາດໃຊ້ນິຕິກຳຢ່າງເຂັ້ມງວດ; ສະເໜີລັດຖະບານສະຫງວນເວລາຫຼາຍກວ່າ ໃຫ້ແກ່ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບ, ປະກອບຄຳເຫັນຢ່າງເຖິງກົກເຖິງປາຍໃສ່ບັນດາບັນຫາສຳຄັນ ຫຼື ບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ ກ່ອນຈະຍືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ສະພາແຫ່ງຊາດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຮຽກຮ້ອງໃຫ້ຫ້ອງວ່າການສະພາແຫ່ງຊາດຈົ່ງກະກຽມວຽກງານຖະແຫຼງຂ່າວ, ເອກະສານ, ໂຄສະນາ, ສື່ມວນຊົນ, ບັນດາເງື່ອນໄຂດ້ານພື້ນຖານວັດຖຸຢ່າງລະອຽດ ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເຊິ່ງຄາດວ່າຈະດຳເນີນໃນວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ