ກອງປະຊຸມຄະນະປະທານແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 11 ຊຸດທີ 7

ກອງປະຊຸມຄະນະປະທານແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 11 ຊຸດທີ 7 - ảnh 1
ກອງ​ປະຊຸມ​ຄະນະ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7
(ພາບປະກອບ)


(vovworld) - ​ ​ກອງ​ປະຊຸມ​ຄັ້ງ​ທີ 11 ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ຊຸດ​ທີ 7) ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 04/07, ຢູ່​ຮ່າ​ໂນ້ຍ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ ​ແມ່ນ​ປຶກສາ​ຫາລື​ວຽກ​ງານ​ກະກຽມ​ຈັດຕັ້ງກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ​ແລະ ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 8. ຕາມ​ບົດ​ລາຍງານ​ຂອງ​ຄະນະ​ປະຈຳ​ຄະນະ​ກຳມະການສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລ້ວ, ​ແຕ່​ນີ້​ຮອດ​ທ້າຍ​ປີ 2013 ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກສຸມໃສ່​​ຫັນ​ບັນດາຮູບການ​​ເຕົ້າ​ໂຮມເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ປັບປຸງເພີ່ມ​ທະວີກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ພ້ອມ​ທັງ​ຜັນ​ຂະຫຍາຍວຽກ​ງານຈັດ​ຕັ້ງ​​ກອງ​ປະຊຸມ​ໃຫຍ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ ​ແລະ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 8. ຕາມ​ທ່ານ​ນາງຮອງ​ປະທານ​ຄະນະ​ກຳມະການສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ບຸ​ຍທິ​ແທງ ​ແລ້ວ, ​ໃນ​​ເດືອນ 07/2013, ຄະນະ​ປະຈຳ​ຈະຈັດ​ຕັ້ງ​ກອງ​ປະຊຸມ​ຝືກອົບຮົມ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງແນວ​ໂຮມ​ປະ​ເທດ​ຊາດ​ ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ ຢູ່ 3 ພາກ. ບົນ​ພື້ນຖານ​ນັ້ນ, ຜັນ​ຂະຫຍາ​ຍການ​ຝືກອົບ​ຮົມ​ເຖິງ​ແນວ​ໂຮມ​ຂັ້ນ​ຮາກ​ຖານ​ໃນ​ທົ່ວ​ປ​ເທດ. ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ອົງການ​ສະມາຊິກ, ອົງການ, ຫົວໜ່ວຍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄສະນາ; ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ພິ​ເສດ ສ້າງ​ຜົນງານ​ເພື່ອຄຳນັບ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່.
ຂ່າວ/ບົດ​ອື່ນ