ກອງປະຊຸມຈັດກຽມໃຫ້COP21ບັນລຸໄດ້ບັນດາບາດກ້າວສຳຄັນ

ກອງປະຊຸມຈັດກຽມໃຫ້COP21ບັນລຸໄດ້ບັນດາບາດກ້າວສຳຄັນ - ảnh 1
(ພາບປະກອບ)

(vovworld) – ກອງ​ປ​ະຊຸມ​ທາ​ບທາມ​ຄວາມ​ເຫັນ​ບໍ່​ເປັນ​ທາງ​ການ​ຂັ້ນ​ລັດຖະມົນຕີ ຫຼື ​ເອີ້ນວ່າກອງ​ປ​ະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 21) ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ປາຣີ, ປະ​ເທດ​ຝລັ່ງ ​ໃນ​ລະຫວ່າງ​ວັນ​ທີ 08 – 11/11. ກ່າ​ວຄຳ​ເຫັນ​ພາຍ​ຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ​, ວັນທີ 10/11, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius, ປະທານ​ກອງ​ປະຊຸມ COP 21 ​ໃຫ້​ຮູ້​ວ່າ, ກອງ​ປ​ະຊຸມຈັດກຽມ​ບັນລຸ​​ໄດ້​ບັນດາ​ບາດກ້າວ​ສຳຄັນ ​ແຕ່​ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະຕ້ອງ​​ເຮັດ ​ເພື່ອ​ສາມາດ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ມີ​ລັກ​ສະນະ​ສັງ​ລວ​ມ​ໃນ​ເດືອນ 12 ຈະ​ມາ​ເຖິງ​ຢູ່​ປາຣີ. ທ່ານ Laurent Fabius ​ໄດ້​ຮັບ​ຮູ້​ຄວາມ​ຕັດ​ສິນ​ໃຈ​ຂອງ​ບັນດາ​ຜູ້​ແທນ​ເພື່ອ​ແນ​ໃສ່​ບັນລຸ​ການ​ປະ​ນິປະ​ນອມ​ເພື່ອ​ອາດ​​ຈະ​ພາ​ໄປ​​ເຖິງການ​ລົງ​ນາມ​ເອກະສານ​ສົມບູນ​ແບບ​, ​ເພື່ອທົດ​ແທນອະນຸ​ສັນຍາ​ກຽວໂຕ ​​ແນມ​​ໃສ່​ໂຕ້​ຕອບກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ