ກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11

ກອງປະຊຸມຈັດກຽມໃຫ້ແກ່ກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11 - ảnh 1
ພາບປະກອບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 27/7 ຢູ່ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຈັດ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ​ຄັ້ງ​ທີ 11. ກອງ​ປະຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ເລືອກ​ຕັ້ງ​ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່; ຄະນະ​ເລຂາ​ກອງ​ປະຊຸມ​ໃຫຍ່ ​ແລະ ຄະນະ​ກວດກາ​ຄຸນ​ລັກສະນະ​ຜູ້​ແທນ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ແຜນການ​ເຮັດ​ວຽກ​ໃນ​ເວລາ 3 ວັນ, ສຸມ​ໃສ່​ປຶກສາ​ຫາລື​ບັນ​ດາ​ເນື້ອ​ໃນ​ຕົ້ນຕໍ​ຄື​: ບົດ​ລາຍ​ງານ​ສຳ​ຫລວດ​ກວດຄືນ​ການ​ຊີ້​ນຳ​ນຳພາ, ບົດ​ລາຍ​ງານ​ວຽກ​ງານ​ກະກຽມ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ, ຄະນະ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ອາຍຸ​ການ 2013-2018…

ຂ່າວ/ບົດ​ອື່ນ