ກອງປະຊຸມຍ້ອງຍໍ ແລະ ເສີມຂະຫຍາຍບົດບາດ ຊາວໜຸ່ມຕະລຸມບອນ ຜູ້ເປັນພະຍານຫຼັກຖານ ປະຫວັດສາດ

ກອງປະຊຸມຍ້ອງຍໍ ແລະ ເສີມຂະຫຍາຍບົດບາດ ຊາວໜຸ່ມຕະລຸມບອນ ຜູ້ເປັນພະຍານຫຼັກຖານ ປະຫວັດສາດ - ảnh 1
ກອງ​ປະຊຸມ​ສະຫຼຸບຍ້ອງຍໍ ​ແລະ ​ເສີມ​ຂະຫຍາຍ​ບົດບາດ
​​ຂອງ​ຜູ້​ເປັນພະຍານຫຼັກ​ຖານ​ປະ​ຫວັດ​ສາດ
(ພາບ: chinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 10 ກັນຍາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບຍ້ອງຍໍ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​​ຂອງ​ຜູ້​ເປັນພະຍານຫຼັກ​ຖານ​ປະ​ຫວັດ​ສາດ ​ເພື່ອ​ຊ່ວຍ​ໃຫ້​ພັກ, ລັດ ປະກາດ​ໃຊ້, ​ແກ້​ໄຂ​ນະ​ໂຍບາຍ​ໃຫ້​ແກ່ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ໃນ​ສະ​ໄໝ​ຕໍ່​ຕ້ານ. ທ່ານ​ອະດີດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ແລະ ຜູ້​ແທນດີ​ເດັ່ນ 250 ຄົນ ທີ່​ຕາງໜ້າ​ໃຫ້ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ໃນ​ທົ່ວ​ປະ​ເທດ​​ 40 ໝື່ນຄົນເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ຍາມ​ໃດ​ພັກ ​ແລະ ລັດ​ກໍ່​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ເຖິງຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຄອບຄົວ​ທະຫານ​​​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ​ໃນ​ນັ້ນ​ມີຊາວ​ໜຸ່ມ​ຕະລຸມບອນ. ຜ່ານ​ບັນດາໄລຍະປະຫວັດສາດ, ລະບອບ, ນະ​ໂຍບາຍ​ກ່ຽວ​ກັບ​ອະດີດຊາວ​ໜຸ່ມ​ຕະລຸມບອນ ​ໄດ້​ຮັບ​ການປັບປຸງ​​ເປັນ​ປະຈຳ ​ແລະ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາອົງ​ຄະນະ​ພັກ, ຫົວ​ໜ່ວຍ​ທີ່​ກ່ຽວຂ້ອງ ຕ້ອງ​ຊາບ​ຊືມບັນດາ​ມະຕິ, ຄຳ​ຊັ່ງ​ກ່ຽວ​ກັບ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຢ່າງ​ມີ​ປະສິດທິ​ຜົນ; ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ບັນຫາ​ນະ​ໂຍບາຍາ​ສັງຄົມ... ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ສະມາຄົມຊາວ​ໜຸ່ມ​ຕະລຸມບອນ ຕ້ອງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ ບັນດາ​ຄວາມ​ຕິດ​ຂັດ​ໃນ​ສະພາບ​ຕົວ​ຈິງ, ​ເພື່ອ​ແນ​ໃສ່​ຮັບປະກັນ​ສິດ​ ​ແລະ ຜົນ​ປະ​ໂຫຍດ​ຂອງຊາວ​ໜຸ່ມ​ຕະລຸມບອນ.

ຂ່າວ/ບົດ​ອື່ນ