ກອງປະຊຸມຍ້ອງຍໍຊົມເຊີຍບັນດາຕົວແບບກ້າວໜ້າ ປະຕິບັດການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດປະທານໂ

(VOVWORLD) -ຕອນບ່າຍວັນທີ 16 ມິຖຸນາ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍບັນດາຕົວແບບກ້າວໜ້າ ປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບຂອງປະທານໂຮ່ຈິມິນ  ແລະ ຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ໄລຍະ 2016-2020”
ກອງປະຊຸມຍ້ອງຍໍຊົມເຊີຍບັນດາຕົວແບບກ້າວໜ້າ ປະຕິບັດການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດປະທານໂ - ảnh 1ບັນດາຕົວແບບກ້າວໜ້າ ປະຕິບັດການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ 

ທີ່ກອງປະຊຸມ, 150 ໝູ່ຄະນະ, ສ່ວນບຸກຄົນແມ່ຍິງທີ່ດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນແທງເມີ້ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊີ້ແຈ້ງວ່າ : 

   “ສະຫະພັນແມ່ຍິງຫວຽດນາມຄວນຊາບຊຶມການຊີ້ນຳ ກ່ຽວກັບການນຳເອົາ ການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບຂອງປະທານໂຮ່ຈິມິນ ກາຍເປັນວຽກງານທີ່ຕ້ອງເຮັດເປັນປະຈຳຂອງ ສະຫະພັນແມ່ຍິງທຸກຂັ້ນ. ຄວນສືບຕໍ່ຫັນບັນດາຄຸນທາດຂອງແມ່ຍິງໃຫ້ເປັນລະອຽດ ແລະ ສອດຄ່ອງກັບແຕ່ລະເປົ້າໝາຍເພື່ອຂົນຂວາຍ, ແນະນຳການປະຕິບັດ, ຖືເປັນສຳຄັນ ແລະ ຍົກສູງປະສິດທິຜົນວຽກງານກຳແໜ້ນຄວາມມຸ່ງມາດປາດຖະໜາຂອງເອື້ອຍນ້ອງແມ່ຍິງ, ເຮັດແນວໃດ ເພື່ອໃຫ້ ສະຫະພັນແມ່ຍິງກາຍເປັນບ່ອນທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະຖານທີ່ນັດພົບຂອງສະມາຊິກສະຫະພັນແມ່ຍິງທຸກໆຄົນ ”

ຕອບກັບ

ຂ່າວ/ບົດ​ອື່ນ